ຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ

    ປັດຈຸບັນເມື່ອເວົ້າເຖິງການປະກອບອາຊີບແບບປະສົມປະສານເປັນຕົ້ນ ການຜະລິດກະສິກໍາຕິດພັນກັບການແກະສະລັກໄມ້ເປັນສິນຄ້າ ເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ດັ່ງຄອບຄົວຂອງທ່ານນາງ ແກ້ວ ດວງມາລາ ປະຊາຊົນບ້ານນາຍາງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ປະກອບອາຊີບການຜະລິດກະສິກໍາແບບປະສົມປະສານ ພ້ອມນັ້ນຍັງໃຊ້ເວລາໃນການແກະສະລັກໄມ້ ຈໍາໜ່າຍສູ່ທ້ອງຕະຫຼາດ ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນ ພ້ອມນັ້ນຍັງໄດ້ເປັນຄອບຄົວຕົວແບບຂອງເມືອງນາຊາຍທອງ ແລະ ເປັນຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວຕື່ມອີກ.

    ທ່ານນາງ ແກ້ວ ດວງມາລາ ໃຫ້ສໍາພາດວ່າ: ຄອບຄົວຂອງຕົນເອງໄດ້ຢຶດຖືອາຊີບເຮັດນາ ແລະ ລ້ຽງສັດເປັນຫຼັກ ພ້ອມນັ້ນໄດ້ເຮັດການຜະລິດກະສິກໍາເປັນແບບປະສົມປະສານເປັນອາຊີບເສີມເປັນຕົ້ນ ປູກພືດຜັກ ລ້ຽງປາປີໜຶ່ງສະເລ່ຍ 200 ໂຕນ ລ້ຽງຄວາຍ 15 ໂຕ ແລະ ລ້ຽງງົວ 45 ໂຕ ເຊິ່ງວິທີການປູກ ແລະ ການລ້ຽງແມ່ນໄດ້ຮັບການສະໜັບສະໜູນດ້ານວິຊາການຈາກໂຄງການຫ້ວຍຊອນ-ຫ້ວຍຊົ້ວ ທີ່ເປັນລະຫວ່າງຮ່ວມມືລາວ-ໄທ ໂດຍຜົນຜະລິດແມ່ນຈໍາໜ່າຍຕະຫຼາດພາຍໃນນະຄອນຫຼວງວຽງຈັນ ໂດຍອີງໃສ່ທ່າແຮງຂອງຕົນ ແລະ ຄວາມມັກຮັກດ້ານງານແກະສະລັກໄມ້ ຈຶ່ງໄດ້ນໍາຕູດໄມ້ ຕໍໄມ້ທີ່ຢູ່ຕາມຫົວໄຮ່ປາຍນາມາແກະສະລັກໃຫ້ເປັນຜະລິດຕະພັນທີ່ສາມາດນໍາໃຊ້ໃນຊີວິດປະຈໍາວັນ ເຊິ່ງເບື້ອງຕົ້ນເຮັດແບບປະຖົມປະຖານ ຈາກນັ້ນໃນປີ 2003 ໄດ້ຮັບໂອກາດຈາກພາກສ່ວນກ່ຽວຂ້ອງໃນການສຶກສາຮໍ່າຮຽນ ການແກະສະລັກໄມ້ໃຫ້ມີຄວາມລະອຽດ ສີສັນສວຍງາມ ແລະ ມີມູນຄ່າສູງ ປະກອບມີ ສາກ ຄົກ ຖາດໃສ່ໝາກໄມ້ ຂຽງ ບ່ວງ ເຄື່ອງເອ້ຢ້ອງ ແລະ ເຄື່ອງໃຊ້ຊີວິດປະຈໍາວັນອື່ນໆ ກ່ອນການລະບາດພະຍາດໂຄວິດ-19 ຜະລິດຕະພັນດ່ັງກ່າວ ນອກຈາກຈໍາໜ່າຍພາຍປະເທດແລ້ວຍັງສົ່ງຈໍາໜ່າຍໄປຍັງ ສປ ຈີນ ແລະ ປະເທດເພື່ອນບ້ານຕື່ມອີກ ມີລາຄາແຕ່ 10 ພັນກີບ ຫາ 3 ລ້ານກີບ ປັດຈຸບັນຜະລິດຕະພັນໄດ້ຈໍາໜ່າຍພາຍໃນປະເທດ ໂດຍຂາຍຢູ່ພາຍໃນບ້ານ ເນື່ອງຈາກວ່າບ້ານເປັນທາງຜ່ານຂອງນັກທ່ອງທ່ຽວທີ່ໄປທ່ຽວຊົມຕາດຊອນ ແລະ ດ່ານສູງ ພ້ອມນັ້ນຍັງເຂົ້າຮ່ວມງານວາງສະແດງທີ່ພັກ-ລັດກໍ່ຄືພາກສ່ວນກ່ຽວຂ້ອງຈັດຂຶ້ນ.

      ທ່ານນາງ ແກ້ວ ດວງມາລາ ໃຫ້ຮູ້ຕື່ມອີກວ່າ: ການຜະລິດກະສິກໍາຕິດພັນກັບການແກະສະລັກໄມ້ເປັນສິນຄ້າ ເປັນອາຊີບໜຶ່ງທີ່ຕ້ອງມີຄວາມດຸໝັ່ນ ໃຊ້ຄວາມອົດທົນສູງ ແລະ ຜູ້ທີ່ເຮັດໄດ້ຕ້ອງມີຈິດໃຈມັກຮັກແທ້ໆ ເຊິ່ງຜ່ານການປະກອບອາຊີບນີ້ມາຫຼາຍປີໄດ້ຄອບຄົວຕົວແບບຂອງເມືອງນາຊາຍທອງ ແລະ ເປັນຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ.

error: Content is protected !!