ງານລ້ຽງສະຫຼອງວັນວັນປະສູດ ສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ ຄົບຮອບ 63 ພັນສາ

    ພິທີສະເຫຼີມສະຫຼອງວັນວັນປະສູດ ຂອງສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 63 ພັນສາ ຈັດຂຶ້ນວັນທີ 21 ກຸມພາ 2023 ຢູ່ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີປະຈໍາສໍານັກງານປະທານປະເທດ ພ້ອມດ້ວຍບັນດາລັດຖະມົນຕີ ອະດີດພະນັກງານອາວຸໂສບໍານານ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ກ່າວຕ້ອນຮັບແຂກຜູ້ມີກຽດ ແລະ ກ່າວຍ້ອນຄືນເຖິງວສາຍພົວພັນອັນແໜ້ນແກ່ນ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທີ່ມີມາແຕ່ຍາວນານ ນອກຈາກນີ້ ຍັງໄດ້ກ່າວເຖິງຕົ້ນໄມ້ສັນຍາລັກ ກໍຄື ຕົ້ນຊາກຸຣະ ໂດຍສະເພາະພິທີປູກຕົ້ນຊາກຸຣະທີ່ທ່ານທູດໄດ້ເຂົ້າຮ່ວມໃນເດືອນມັງກອນ 2023 ຜ່ານມາ ທີ່ສວນມິດຕະພາບລາວ-ຍີ່ປຸ່ນ (ສວນຊາກຸຣະ) ຢູ່ເມືອງວຽງໄຊ ແຂວງຫົວພັນ.

   ສໍາລັບປີ 2023 ແມ່ນປີຄົບຮອບ 50 ປີ ຂອງການຮ່ວມມື ແລະ ມິດຕະພາບ ຍີ່ປຸ່ນ-ອາຊຽນ ກອງປະຊຸມສຸດຍອດພິເສດ ຍີ່ປຸ່ນ-ອາຊຽນ ມີກໍານົດທີ່ຈະຈັດຂຶ້ນທີ່ໂຕກຽວ ໃນທ້າຍປີ 2023 ພ້ອມທັງໃຫ້ຄໍາ  ໝັ້ນສັນຍາທີ່ຈະຕັ້ງໃຈຈັດຕັ້ງປະຕິບັດໜ້າທີ່ວຽກງານ ຮ່ວມກັບຜູ້ຕາງໜ້າຈາກຝ່າຍລາວ ເພື່ອພັດທະນາ ແລະ ຍົກລະດັບສາຍພົວພັນອັນດີງາມ ລະຫວ່າງ ສອງປະເທດໃຫ້ກ້າວໜ້າຍິ່ງໆຂຶ້ນ.

   ພ້ອມກັນນີ້ ທ່ານທູດ ແລະ ແຂກຜູ້ມີກຽດທຸກທ່ານ ໄດ້ຍົກຈອກ ແລະ ອວຍພອນຮ່ວມກັນ ໃຫ້ແກ່ສາຍພົວພັນອັນແໜ້ນແກ່ນຍິ່ງຂຶ້ນ ລະຫວ່າງ ລາວ-ຍີ່ປຸ່ນ ພ້ອມທັງໄດ້ອວຍພອນເຖິງສຸຂະພາບທີ່ດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທຸກໆທີ່ມາຮ່ວມງານ.

error: Content is protected !!