ປະທານປະເທດ ຕ້ອນຮັບບັນດາທູດຕ່າງປະເທດເຂົ້າຢື່ນສານຕາຕັ້ງ

    ວັນທີ 23 ກຸມພາ 2023 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ດັ່ງນີ້:

    ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂຈນາທານ ຄິງສ໌ ເອກອັກຄະລັດຖະທູດ ແຫ່ງ ນິວຊີແລນ ປະຈໍາລາວ  ມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ເປໂດຣ ຊະວາເລັນ        ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາລາວ ມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ປາເວວ ປີເຕວ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ນິໂກລາຍ ພຣິດສ໌ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກ ດານມາກ ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ທ່ານ ອູລັດຊີເມຍ ບາຣາວີກູ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ.

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ ຄັ້ງນີ້ ຫວັງວ່າໃນໄລຍະທີ່ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ບັນດາທ່ານທູດ ຈະເປັນຂົວຕໍ່ສຳຄັນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.  

   ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື ສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ເພື່ອໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ   ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ຈົນເຖິງ ການໄປມາຫາ ສູ່ກັນລະຫວ່າງ ປະຊາຊົນ ດ້ວຍກັນໃຫ້ຫຼາຍຂຶ້ນ ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຍາມໃດກໍຍຶດໝັ້ນໃນແນວທາງການຕ່າງປະເທດ ແຫ່ງ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ສປປ ລາວ ເປັນປະເທດຮັກຫອມສັນຕິພາບ ຢາກເປັນມິດກັບທຸດປະເທດ ພ້ອມທີ່ຈະຮ່ວມມື ກັບທຸກປະເທດ ບົນຫຼັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກ.

   ບັນດາທ່ານ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີຫມາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຕົວ ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ ປະເທດຊາດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນຢ່າງແທ້ຈິງ.

error: Content is protected !!