ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການສ້າງຖານ ຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ(NIPN) ເພື່ອເຜີຍແຜ່ຜົນຂອງການຄົ້ນຄວ້າໃໝ່ທີ່ຈະຊ່ວຍໃຫ້ ສປປ ລາວ ແກ້ໄຂສິ່ງທ້າທາຍ ດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍແນໃສ່ສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະ ນາການໃນບັນດາກຸ່ມເດັກນ້ອຍລາວ.

ໃນກອງປະຊຸມ ສູນສະຖິແຫ່ງຊາດ ສະຖາບັນຄົ້ນຄວ້ານະໂຍບາຍດ້ານການພັດທະນາ ກະຊວງ ແຜນການ ແລະ ການລົງທຶນ ແລະ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ ນໍາສະເໜີຜົນການຄົ້ນຄວ້າໃໝ່ໃຫ້ເເກ່ບັນດາພາກສ່ວນທີ່ກ່ຽວຂ້ອງກັບວຽກງານດ້ານໂພຊະນາການ ຢູ່ ສປປ ລາວ ເພື່ອສ້າງ ຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນບັນດາກຸ່ມເດັກນ້ອຍລາວ ແລະ ຊຸກຍູ້ໃຫ້ມີການສົນທະນາກ່ຽວກັບ ວິທີ່ແກ້ໄຂສິ່ງທ້າທາຍເຫຼົ່ານັ້ນ ໂດຍສະເພາະເເມ່ນ ການນຳສະເໜີຜົນໄດ້ຮັບຈາກການສໍາຫຼວດໂພຊະນາການໃນ ປີ 2022 ຈາກ 4 ແຂວງ ເຊັ່ນ: ແຂວງ ບໍ່ແກ້ວ ຫົວພັນ ຜົ້ງສາລີ ແລະ ສາລະວັນ ໄດ້ຖືກ ນອກຈາກການນຳສະເໜີຜົນການຄົ້ນຄວ້າ ເເລ້ວ ກອງປະຊຸມຍັງໄດ້ຖືໂອກາດນີ້ເພື່ອເປີດໂຄງການ NIPN ໄລຍະ 2 (2023-2025).
ເປົ້າໝາຍຫຼັກຂອງໂຄງການ NIPN ຢູ່ ສປປ ລາວ ໄດ້ລິເລີມຂຶ້ນໃນປີ 2018 ແມ່ນເພື່ອສ້າງຂີດຄວາມສາມາດໃນການວິເຄາະ ແລະ ບໍລິຫານຖານຂໍ້ມູນດ້ານໂພຊະນາການໃຫ້ກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມການລົງທຶນດ້ານໂພຊະ ນາການຢູ່ພາຍໃນປະເທດ.

ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕິ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນໍາໂຄງການ NIPN ໄດ້ ກ່າວວ່າ: ການດໍາເນີນນະໂຍບາຍການພັດທະນາທີ່ມີຂໍ້ມູນອ້າງອີງ ແມ່ນກຸນແຈສໍາຄັນໃນການແກ້ໄຂບັນຫາພາວະການ ຂາດສານອາຫານໃນ ສປປ ລາວ ຜົນການຄົ້ນຄວ້າໃໝ່ທີ່ໄດ້ຖືກນໍາສະເໜີໃນມື້ນີ້ຈະຊ່ວຍໃຫ້ຜູ້ວາງນະໂຍບາຍ ເເລະ ວິຊາ ການດ້ານໂພຊະນາການ ສາມາດວາງແຜນປະເມີນງົບປະມານ ແລະ ຕິດຕາມການດໍາເນີນວຽກງານດ້ານໂພຊະນາການໃຫ້ ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ພ້ອມກັນນັ້ນ ຍັງຈະສາມາດຊ່ວຍໃນການຄົ້ນຫາວິທີເເບບໃໝ່ໆໃນການແກ້ໄຂສິ່ງທ້າ ທາຍດ້ານໂພຊະນາການເພີ່ມຂຶ້ນ.

ທ່ານ Niall Leonard ອຸປະທູດສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ອະທິບາຍວ່າ: ການເປີດຕົວໂຄງການໄລຍະທີ 2 ຂອງໂຄງການ NIPN ເປັນຂີດໝາຍອັນສໍາຄັນໃນວຽກງານໂພຊະນາການຂອງ ສປປ ລາວ ຈຸດສຸມຂອງພວກເຮົາໃນໄລຍະ ໃຫມ່ນີ້ແມ່ນການຜັນຂະຫຍາຍໂຄງການນີ້ໄປຂັ້ນເເຂວງ ແລະ ຮັບປະກັນການຈັດຕັ້ງປະຕິບັດໂຄງການແບບຍືນຍົງ ໂດຍ ຖອດຖອນບົດຮຽນຈາກ ການຜົນການປະເມີນໂຄງການໄລຍະທີ 1 ນອກຈາກນີ້ ທ່ານຍັງໄດ້ກ່າວຕື່ມວ່າ ສະຫະພາບເອີຣົບ ມີຄວາມພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອສະໜັບສະໜຸນການຈັດຕັ້ງປັດຕິບັດຍຸດທະສາດ ແຫ່ງຊາດດ້ານໂພຊະນາການ ປີ 2016-2025.

ທ່ານ Arturo Romboli ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ກ່າວວ່າ: ຜົນ ຂອງກອງປະຊຸມໃນຄັ້ງນີ້ຈະຊ່ວຍປະກອບສ່ວນເຂົ້າໃນການປຶກສາຫາລືຕໍ່ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ໃນປີນີ້ ກ່ຽວກັບ ວິທີທີ່ພວກເຮົາຈະສາມາດຕອບສະໜອງຄວາມຕ້ອງການດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ ໃນຈຸດນີ້ ການປະສານງານລະຫວ່າງຂະເເໜງການຕ່າງໆຂອງລັດຖະບານນັ້ນ ມີຄວາມສໍາຄັນຫຼາຍ ແລະ ອົງການສະ ຫະປະຊາຊາດສໍາລັບເດັກ ຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຄຽງຄູ່ກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມມືຂອງພວກ ເຮົາເຊັ່ນ: ສະຫະພາບເອີຣົບ ເພື່ອປັບປຸງສະພາບຂອງ ແມ່ຍິງ ແລະ ເດັກນ້ອຍທຸກຄົນໃນ ສປປ ລາວ.

ນອກຈາກນີ້ ໂຄງການ NIPN ໄດ້ນໍາສະເໜີກ່ຽວກັບກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະ ນາການ ຂອງ NIPN ສະບັບໃໝ່ ໃນກອງປະຊຸມຄັ້ງນີ້ ກະດານຂ່າວອອນລາຍ ແລະ ຖານຂໍ້ມູນ NIPN ສະບັບທໍາອິດໄດ້ຖືກ ເປີດຕົວຂຶ້ນ ໃນປີ 2021 ໂດຍມີຈຸດປະສົງຊ່ວຍລັດຖະບານແຫ່ງ ສປປ ລາວ ໃນການຕິດຕາມຕົວຊີ້ວັດດ້ານໂພຊະນາການໃນ ລະດັບປະເທດ ແລະ ແຂວງທສາມາດເຂົ້າຊົມກະດານຂ່າວອອນລາຍ ແລະ ຖານຂໍ້ມູນ ນີ້ໄດ້ຜ່ານ: https://nipn.lsb.gov.la/


ກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການ NIPN ຈັດຂຶ້ນໃນັວນທີ 20 ກຸມພາ 2023 ຖືວ່າເປັນສ່ວນໜຶ່ງຂອງ ກອງ ປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ເຊິ່ງເປັນກອງປະຊຸມປະຈໍາປີ ທີ່ ໃຫຍ່ທີ່ສຸດ ໂດຍມີການເຂົ້າຮ່ວມປຶກ ສາຫາລືກັບບັນດາຜູ້ມີສ່ວນຮ່ວມໃນທົ່ວປະເທດ ກ່ຽວກັບບູລິມະສິດ ແລະ ສິ່ງທ້າທາຍ ດ້ານໂພຊະນາການໃນ ສປປ ລາວ ໃນແຕ່ລະ.