ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດວຽກ ການຫັນເປັນທັນສະໄໝກ້າວເປັນດີຈີຕອນຂອງຂະແໜງການເງິນ ຢູ່ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ພ້ອມເນັ້ນໃຫ້ກົມດັ່ງກ່າວເອົາໃຈໃສ່ຄົ້ນຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງແໜງການເງິນສາມາດຄຸ້ມຄອງລວມສູນ.

ການລົງຢ້ຽມຢາມຄັ້ງດັ່ງກ່າວມີຂຶ້ນໃນອາທິດຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ຄະນະກົມ ຄະນະຫ້ອງການກະຊວງ ພະນັກງານວິຊາ ການເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ປອ ວິໄລທອງ ສຸດທະວິໄລ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຫັນ ເປັນທັນສະໄໝກ້າວເປັນດີຈີຕອນຂອງຂະແໜງການເງິນພາກລັດໃນໄລຍະຜ່ານມາ ແລະ ກົງຈັກການຈັດຕັ້ງ-ພາລະບົດບາດ ຂອງກົມ ບັນດາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ລະບົບພຶ້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ ລະບົບຊໍາລະພາສີ -ອາກອນ ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນຢູ່ລະບົບ (FINLINK) ລະບົບຖານຂໍ້ມູນໃຫ່ຍລວມສູນ ລະບົບຄຸ້ມ ຄອງພະນັກງານ ແລະ ຫ້ອງການ ການບໍາລຸງຮັກສາລະບົບ ແລະ ທິດທາງແຜນວຽກຈຸດສຸມທີ່ສຳຄັນຈະຕ້ອງໄດ້ຮີບຮ້ອນພັດ ທະນາໃນຕໍ່ໜ້າ ພ້ອມທັງສະເໜີສ້າງຫ້ອງຄວບຄຸມລະບົບຄຸ້ມຄອງຕິດຕາມເຄືອຂ່າຍ (NOC) ແລະ ຄຸ້ມຄອງຕິດຕາມ ແຈ້ງ ເຕືອນຄວາມປອດໄພຂໍ້ມູນ (SOC) ຄຸ້ມຄອງລະບົບຖານຂໍ້ມູນໃຫ່ຍລວມສູນ (Lao FIDA) ແລະ ສາງເກັບມ້ຽນອຸປະກອນ ໄອທີສໍາຮອງໄວ້ເພື່ອແກ້ໄຂບັນຫາອຸປະກອນຄັດຂ້ອງໃຫ້ທັນເວລາ.

ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນໂອ້ລົມ-ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິ ບັດວຽກການຫັນເປັນທັນສະໄໝກ້າວເປັນເດີຈີຕອນຂອງຂະແໜງການເງິນ ເຊິ່ງໃນປັດຈຸບັນກະຊວງການເງິນແມ່ນມີຫຼາຍ ລະບົບໃນການນໍາໃຊ້ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ເອົາໃຈໃສ່ຄົ້ນຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງແໜງການ ເງິນສາມາດຄຸ້ມຄອງລວມສູນ ເພື່ອອຳນວຍຄວາມສະດວກໃນການຄຸ້ມຄອງ ບຳລຸງຮັກສາ ແລະ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຫຼຸດຜ່ອນຂັ້ນຕອນຂອດຂັ້ນໃນການແຈ້ງຊໍາລະ ແລະ ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ.

ພ້ອມນັ້ນໃຫ້ຄົ້ນຄວ້າພັດທະນາລະບົບຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຕາມລັດຖະບັນຍັດ 002/ປປທໃຫ້ ເຂົ້າໃນລະບົບງົບປະມານ ເອົາໃຈໃສ່ປັບປຸງລະບົບພຶ້ນຖານໂຄງລ່າງເຄືອຂ່າຍໃຫ້ເປັນທັນສະໄໝ ກ້າວໄປສູ່ລະບົບ Cloud ແລະ ກໍານົດແຜນວຽກຈຸດສຸມລະອຽດ ການພັດທະນາລະບົບຫັນວຽກງານເປັນຫັນສະໄໝ ຕ້ອງຄໍານຶງໃຫ້ສາມາດຫຼຸດຜ່ອນ ຂັ້ນຕອນ ສ້າງຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການເງິນ ແລະ ກຳນົດໄລຍະເວ ລາການຈັດຕັ້ງປະຕິບັດ ສໍາລັບການປ່ຽນຖ່າຍອຸປະກອນຄອມພິວເຕີໃຫ້ຂະແໜງການທີ່ກ່ຽວຂ້ອງສຳຫຼວດກວດຄືນ ແລະ ກຳນົດມາດຖານເງື່ອນໄຂລະອຽດໃຫ້ສອດຄ່ອງກັບການນໍາໃຊ້ໜ້າວຽກຕົວຈິງ.