ການແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປລ ລາວ ເປີດຂຶ້ນຢ່າງເປັນທາງການ ມີນັກກີລາຈາກບັນດາກະຊວງ ອົງການ ສໍານັກງານ ແລະ ບັນດາແຂວງເຂົ້າຮ່ວມທັງໝົດ 13 ພາກສ່ວນ ມີຈໍານວນຄະນະນໍາ ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 229 ຄົນ.

ການແຂ່ງຂັນຄັ້ງນີ້ ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ພ້ອມທັງເປັນການ ສ້າງ ແລະຄັດເລືອກເອົານັກກີລາເປຕັງເຂົ້າຕິດທີມຊາດ ແນໃສກະກຽໃຫ້ແກ່ການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໃນມໍ່ໆນີ້ ໂດຍສະເພາະແມ່ນງານມະຫາກຳຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍເປັນເຈົ້າພາບ ດັ່ງນັ້ນ ທ່ານນາຍົກລັດຖະ ມົນຕີຈຶ່ງອະນຸມັດໃຫ້ຈັດການແຂ່ງຂັນກີລາເປຕັງຂຶ້ນໂດຍມອບໃຫ້ແຂວງຄໍາມ່ວນເປັນເຈົ້າພາບຈັດການແຂ່ງຂັນ ເຊິ່ງການ ແຂ່ງຂັນກີລາໃນຄັ້ງນີ້ມີ ຄະນະນໍາ ຄູຝຶກ ແລະ ນັກກີລາຈາກພາກສ່ວນຕ່າງໆເຂົ້າຮ່ວມ 229 ຄົນ ຍິງ 34 ຄົນ ລວມມີ 9 ລາຍການຄື: ດ່ຽວຍິງ ດ່ຽວຊາຍ ຄູ່ຍິງ ຄູ່ຊາຍ ຊຸດຊາຍ ຊຸດຍິງ ຄູ່ປະສົມຊາຍຍິ່ງ ຄູ່ປະສົມ 2 ຊາຍ 1 ຍິ່ງ ແລະ ຄູ່ຊາຍປະເພດ ອາຍຸ 50 ປີຂຶ້ນໄປ ການແຂ່ງຂັນໃນຄັ້ງນີ້ ມີການຊິງຫຼຽນຄໍາທັງໝົດ 36 ຫຼຽນ ໃນນີ້ 9 ຫຼຽນຄໍາ9 ຫຼຽນເງິນ 18 ຫຼຽນທອງ ເຊິ່ງທີມທີ່ໄດ້ຊະນະເລີດນອກຈາກຈະໄດ້ຮັບຫຼຽນຄໍາແລ້ວຍັງຈະໄດ້ຮັບຂັນຂອງທ່ານນາຍົກໄປຄອງອີກດ້ວຍ.

ການແຂ່ງຂັນຄັ້ງນີ້ແມ່ນຈະມີການແຂ່ງຂັນກັນລວມທັງໝົດ 700 ກວ່າຄັ້ງ ແລະ ຈະໃຊ້ເວລາໃນການແຂ່ງຂັນທັງໝົດ 3ມື້ເຄິ່ງ ໂດຍເລີ່ມການແຂ່ງຂັນມາແຕ່ວັນທີ 15 ກຸມພາເປັນຕົ້ນມາ ແລະ ຄາດວ່າວັນທີ 18 ກຸມພາ 2023 ຈະໃຫ້ສຳເລັດ ແລະ ປິດການແຂ່ງຂັນ.

ສຳລັພິທີເປີດການແຂ່ງຂັນແມ່ນຈັດຂຶ້ນໃນວັນທີ 16 ກຸມພາ 2023 ທີ່ສະໜາມກີລາເມືອງທ່າແຂກແຂວງຄໍາມ່ວນ ເປັນປະ ທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ ປອ ພຸດ ສິມ ມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີແຂກຮັບເຊີນ ບັນດານັກກິລາເປຕັງໃນຂອບເຂດທົ່ວປະເທດເຂົ້າ ຮ່ວມ.
ພາບ-ຂ່າວ ໜັງສືພິມ ຄວາມສະຫງົບ