ງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນວັນທີ 13 ກຸມພາຜ່ານມາ ທີ່ສະໜາມຫຼວງ ແຂວງໄຊຍະບູລີ ເຊິ່ງງານຄັ້ງນີ້ມີຫົວໜ່ວຍທຸລະກິກ ກຸ່ມການຜະລິດ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍ ເກືອນ 300 ຮ້ານ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງຂາຍສິນຄ້າໃນຄັ້ງນີ້ ເປັນການສ້າງຂະບວນການ ເພື່ອປະກອບສ່ວນຊຶ່ງເປັນໜຶ່ງໃນກິດຈະກຳຂອງງານ ມະຫະກຳບຸນຊ້າງ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ ຜູ້ຜະລິດສິນຄ້າຢູ່ໃນແຕ່ ລະທ້ອງຖີ່ນທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດການພົບປະ ແລກປ່ຽນບົດຮຽນ ໃນການຊື້-ຂາຍສິນຄ້າຂອງຕົນ ທີ່ ຜະລິດອອກມາ ພ້ອມກັນນັ້ນກໍເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃນຂະບວນການຜະລິດ ສິນຄ້າຂອງຕົນໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆ ໄດ້ໂຄສະນາ ແນະນຳສິນຄ້າທີ່ຕົນເອງຜະລິດຂຶ້ນມາໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນ ຂອງຕົນເອງຢ່າງກ້ວາງຂວາງ.

ການຈັດງານຄັ້ງນີ້ມີຮ້ານວາງສະແດງສິນຄ້າເຂົ້າຮ່ວມທັງໝົດ 289 ຮ້ານ ມີມູນຄ່າສິນຄ້າປະມານ 8 ຕື້ກວ່າກີບ ໃນນີ້ມາ ຈາກພາຍໃນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ ພະແນກການຂອງແຂວງ 5 ຮ້ານ ມາຈາກຕ່າງແຂວງ 4 ຮ້ານ.
ເຂົ້າຮ່ວມໃນພິທີເປີດງານດັ່ງກ່າວມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ ມີການນຳແຂວງ-ເມືອງ ຫົວໜ່ວຍທຸລະກິດ ອົງການຈັດຕັ້ງບ້ານພາຍໃນເທດສະບານ.
ຂໍ້ມູນ-ພາບ ໜັງສືພິມຳຊາຊົນ