ກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສ​ະ​ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ກໍາປູເຈຍ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດ ລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 14 ກຸມພາ 2023 ກອງປະຊຸມສຸດຍອດດັ່ງກ່າວ ເປັນ ກົນ​ໄກ​ໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ ປະກອບສ່ວນສໍາຄັນເຮັດໃຫ້ ສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະ ຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ເຕໂຈ ຮຸນແຊນ ແລະ ພ້ອມດ້ວຍຄະນະຄັ້ງນີ້ ໄດ້ນໍາເອົາໄມຕີຈິດ ມິດຕະພາບ ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງພັກ ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ມາສູ່ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມກັນນັ້ນ ສະຫາຍເລຂາທິການໃຫ່ຍ ພັກ ປປ ລາວ ໄດ້ຕາງໜ້າໃຫ້ ສູນກາງພັກ ລັດຖະ ບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ປະຊາ ຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ກໍຄື ການ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງ ໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນປະທານ ໂດຍສະເພາະ ບັນດາໝາກຜົນໃນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມສູນກາງພັກ ຄັ້ງທີ 43 ສະໄໝທີ V ຂອງພັກປະຊາຊົນ ກໍາປູເຈຍ ກໍຄື ໄຊຊະນະອັນ ໃຫຍ່ຫຼວງໃນການເລືອກຕັ້ງ ສະມາຊິກສະພາທ້ອງຖິ່ນ ຜົນສໍາເລັດການເປັນປະທານໝູນວຽນອາຊຽນ ໃນປີ 2022 ຜ່ານມາ ແລະ ຜົນສໍາເລັດກອງປະຊຸມໃຫຍ່ວິສາມັນຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ກໍາປູເຈຍ ໃນທ້າຍເດືອນມັງກອນ ຜ່ານ ມາ.

ສົມເດັດ ຮຸນແຊນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສໍາເລັດ ອັນສໍາຄັນ ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປປ ລາວ ໃນການສ້າງສາ ພັດທະ ນາປະເທດຊາດ ຕາມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອຶ່ນໆ.

ພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສອງຝ່າຍ ໄດ້ພ້ອມກັນນັ້ນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາ ເລັດການພົບປະລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ກໍຄື ການເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ຮຸນແຊນ ໃນຄັ້ງນີ້ ເຊື່ອໝັ້ນວ່າ ການພົບປະສອງພັກໃນຄັ້ງນີ້ ຈະເປັນຂີດໝາຍໃໝ່ສໍາຄັນປະກອບສ່ວນ ເຂົ້າໃນການເພີ່ມ ພູນຄູນສ້າງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນ ຄົງ ຍາວນານ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິ ຜົນຍິ່ງໆຂຶ້ນ.

ສະ​ຫາຍ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນ ແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ປະ ກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ພາຍຫຼັງການພົບປະສະ​ຫາຍ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນສັກຂີພິຍານການລົງນາມ ເອກະສານຮ່ວມມືສອງພັກ 2 ສະບັບ (ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ)

error: Content is protected !!