ປະທານປະເທດ ເນັ້ນສານປະຊາຊົນປະຕິບັດ 5 ຂໍ້ ເພື່ອກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າຮ່ວມປິດກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 10 ກຸມພາ 2023 ໂດຍມີ ທ່ານ ສຈ. ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ມີຄະນະພັກ-ຄະນະນໍາຂອງສານປະຊາຊົນໃນຂອບ ເຂດທົ່ວປະເທດ ຜູ້ພິພາກສາ ແຂກຮັບເຊີນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. 

ໃນໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ໂອ້ລົມວ່າ: ສານປະຊາຊົນແຕ່ລະຂັ້ນຕ້ອງໄດ້ແບກຫາບພາລະກິດອັນໜັກໜ່ວງ ແລະ ສິ່ງທ້າທາຍຫຼາຍດ້ານ ເພື່ອໃຫ້ສັງຄົມມີຄວາມຍຸຕິທໍາ ເພື່ອແກ້ໄຂດ້ານອ່ອນ ແລະ ພັດທະນາລະບົບສານໃຫ້ກ້າວໜ້າ ທັນສະໄໝ ກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ ໃນນີ້ ສານປະຊາຊົນເອົາໃຈໃສ່ຕື່ມ 5 ບັນຫາສຳຄັນຄື:

ໜຶ່ງ. ຕ້ອງຍົກສູງບົດບາດການນໍາພາຂອງພັກຢູ່ສານປະຊາຊົນ ແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ ບໍລິຫານຄະດີຢູ່ ສານປະຊາຊົນຕ້ອງມີຄຸນນະພາບ ແລະ ປະສິດທິພາບສູງໃນ ເງື່ອນໄຂໃໝ່ ເນື່ອງຈາກວ່າ ມາດຕາ 90 ຂອງລັດຖະທໍາມະນູນ ກໍານົດວ່າ ສານປະຊາຊົນ ເປັນອົງການຕຸລາການ ເຊິ່ງເຮັດໜ້າ ທີ່ໃນການຕັດສິນ ພິພາກສາຄະດີຢູ່ ສປປ ລາວ ມີແຕ່ສານເທົ່າ ນັ້ນ ທີ່ມີສິດອໍານາດໃນການພິຈາລະນາຕັດສິນຄະດີ ເຊິ່ງ ການຕັດສິນຄະດີຂອງສານ ແມ່ນໃນນາມລັດ ສປປ ລາວ.

ສະນັ້ນ ຄະນະພັກສານປະຊາຊົນ ແຕ່ລະຂັ້ນຕ້ອງເອົາໃຈໃສ່ນໍາ ພາການຕັດສິນ, ພິພາກສາຄະດີຢ່າງໃກ້ຊິດຕາມຫຼັກການ ນໍາພາຂອງພັກ ຮັບປະກັນຄວາມເປັນເອກະພາບນຳພາ ເປັນໝູ່ຄະນະ ພາວະວິໄສ ໂປ່ງໃສ ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ ການຕັດສິນ ພິພາກສາຂອງສານ ຍອມຮັບ ແລະ ເຊື່ອຖືຕໍ່ສະ ຖາບັນຕຸລາການ.

ສອງ. ການກຳນົດພາລະບົດບາດຂອງສານປະຊາຊົນສູງສຸດ ແມ່ນໄດ້ກຳນົດໄວ້ຈະແຈ້ງຮັດກຸມແລ້ວ  ສ່ວນສານປະຊາ ຊົນແຂວງ ນະຄອນຫຼວງ ແລະ ສານປະຊາຊົນພາກ ເຊິ່ງເປັນ ສານຂັ້ນອຸທອນຕ້ອງເຮັດບົດບາດໃນການກວດກາ ກັ່ນຕອງ ການດໍາເນີນຄະດີທີ່ສານຂັ້ນຕົ້ນໄດ້ຕັດ ສິນແລ້ວນັ້ນໃຫ້ມີ ຄວາມຖືກຕ້ອງ ໃຫ້ຖືວ່າຖ້າສານຂັ້ນຕົ້ນເກັບກໍາຂໍ້ມູນຫຼັກ ຖານຄົບຖ້ວນ ຮອບດ້ານ ພາວະວິໄສ ແລະ ຕັດສິນຖືກຕ້ອງ ຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ ກໍຈະເຮັດໃຫ້ການ ດໍາເນີນຄະດີຢູ່ສານຂັ້ນເທິງມີຄວາມຖືກຕ້ອງ ຊັດເຈນ ໄດ້ງ່າຍຂຶ້ນ.

ສາມ. ສະເໜີໃຫ້ຄະພັກຂອງສານປະຊາຊົນສູງສຸດ ແລະ ຄະນະ ພັກທ້ອງຖິ່ນ ສືບຕໍ່ປັບປຸງກົງຈັກ ກົນໄກ ບຸກຄະລາກອນໃຫ້ ສາມາດຮອງຮັບໄດ້ໜ້າທີ່ວຽກງານຂອງອົງການຕຸລາການໃນ ໄລຍະໃໝ່ ທັງຊີ້ນຳໃຫ້ສາມາດຍົກສູງປະສິດທິພາບ ແກ້ໄຂຂໍ້ຫຍຸ້ງຍາກ ແລະ ໃຫ້ມີການພັດທະນາ ປ່ຽນແປງດີຂຶ້ນ ຢູ່ໃນການຈັດຕັ້ງດັ່ງກ່າວ ຈຶ່ງຖືວ່າການສັບຊ້ອນ ຈັດວາງບຸກ ຄະລາກອນສາມາດແກ້ໄຂບັນຫາດ້ວຍຈິດໃຈບຸກທະລຸແທ້ ປັບ ປຸງ ຈັດວາງຕ້ອງຊີ້ນຳ ຕິດຕາມກວດກາ ຫ້າມບໍ່ປ່ອຍໃຫ້ ລະເມີດລະບຽບຂອງພັກ ກົດໝາຍຂອງລັດເດັດຂາດ ຖ້າສານ ເອງລະເມີດໄດ້ລະບົບຍຸຕິທຳຂອງປະເທດຈະເພພັງ.

ສີ່. ເອົາໃຈໃສ່ບໍາລຸງສ້າງພະນັກງານຂອງສານໃຫ້ມີຄວາມຮູ້-ຄວາມສາມາດ ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບໃນ ການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາທີ່ເປັນ ຜູ້ຕັດສິນຊີ້ຂາດກ່ຽວກັບຄະດີ ຖືວ່າມີຄວາມສໍາຄັນຫຼາຍເພາະ ການຕັດສິນ ຊີ້ຂາດດັ່ງກ່າວແຕະ ຕ້ອງເຖິງຊີວິດ ສຸຂະພາບ ອິດສະລະພາບ ກຽດສັກສີ ແລະ ສິດ ຜົນປະໂຫຍດອັນຊອບ ທຳຂອງພົນລະເມືອງ.

ຫ້າ. ເອົາໃຈໃສ່ປັບປຸງກົນໄກ ແບບແຜນການດໍາເນີນຄະດີ ໃຫ້ມີຄວາມຮັດກຸມ ເປັນທີ່ເຊື່ອຖືຂອງສັງຄົມ ຮັບປະກັນໃຫ້ ການປະຕິບັດໜ້າທີ່ການເມືອງໄດ້ປະຕິບັດກົດໝາຍຢ່າງເຂັ້ມງວດ ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານ ນໍາໃຊ້ກົດໝາຍໃຫ້ຖືກຕ້ອງ ເປັນທໍາແກ່ຄູ່ຄວາມ ຮັບປະ ກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທຳຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ວ່າ: “ ສ້າງຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທຳ ນັບແຕ່ການສືບສວນ-ສອບສວນ ການຄົ້ນຄວ້າກ່າວຟ້ອງ ການຕັດ ສິນ-ພິພາກສາຄະດີ ຈົນເຖິງການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນນັ້ນ ຖືການຕັດສິນ-ພິພາກສາຄະດີ ຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມ ເປັນຈິງເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສິ້ນສຸດຕາມກົດໝາຍ ເປັນສຳຄັນ”. ພາຍຫຼັງກອງປະຊຸມຄັ້ງນີ້ ບັນດາທ່ານທີ່ປະຕິ ບັດໜ້າທີ່ຂອງສານທຸກຂັ້ນ ຕ້ອງແກ້ໄຂໃຫ້ໄດ້ຄວາມອັ່ງອໍ ກ່າຍກອງຄະດີ ຄວາມຊັກຊ້າແກ່ຍາວຂອງການດຳເນີນ ການຕໍ່ຄະດີ ຫຼື ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ ໄດ້ເດັດຂາດແລ້ວນັ້ນບໍ່ຖືກປະຕິບັດ ບໍ່ສັກສິດ ນັ້ນໃຫ້ຕົກໄປ.

ຂ່າວ-ພາບ ໜັງສືພິມຄວາມສະຫງົບ

error: Content is protected !!