ຮັບຮອງຫຼັກສູດ ປື້ມແບບຮຽນ ແລະ ປື້ມຄູ່ມືຄູພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປີທີ 5

ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ໃຫ້ແກ່ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ (ສວສ) ກອງປະຊຸມຄະນະກຳມະການກວດຜ່ານຮັບຮອງຫຼັກສູດ ແລະ ອຸປະກອນການສອນ ປື້ມແບບຮຽນ ແລະ ປື້ມຄູ່ມືຄູພາສາຍີ່ປຸ່ນຊັ້ນມັດທະຍົມສຶກສາປີທີ 5 ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ທີ່ ສວສ ມີ ທ່ານ ອອນແກ້ວ ນວນນະວົງ ຜູ້ອຳນວຍການ ສວສ ທ່ານ ນາງ YOSHIHASHI Asuka ເລຂາເອກຫົວໜ້າພະແນກວັດທະນະທຳ ແລະ ຖະແຫຼງຂ່າວ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ທ່ານ Yosuke KUSAKABE ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການຮັບຮອງຫຼັກສູດດັ່ງກ່າວ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາການສຶກສາ (ດ້ານພາສາ) ໂດຍສະເພາະແມ່ນພາສາຍີ່ປຸ່ນຢູ່ໂຮງຮຽນຊັ້ນມັດທະຍົມປີ 5 ຂອງລາວ ເຊິ່ງມູນນິທິຍີ່ປຸ່ນໄດ້ສົ່ງຊ່ຽວຊານດ້ານພາສາຍີ່ປຸ່ນມາປະຈຳຢູ່ ສວສ ເພື່ອເຂົ້າຮ່ວມໃນການພັດທະນາຫຼັກສູດປະສານສົມທົບສືບຕໍ່ເປົ້າໝາຍການສ້ງປື້ມແບບ ຮຽນຂຶ້ນໃນທຸກໆປີ.

ສຳລັບປຶ້ມແບບຮຽນພາສາຍີ່ປຸ່ນຊັ້ນມັດທະຍົມປີທີ 5 ແມ່ນຜົນງານການຮ່ວມມືຂອງບັນດາຂະແໜງການກ່ຽວຂ້ອງເພື່ອໃຫ້ບັນລຸຕາມຄວາມຮຽກຮ້ອງຕ້ອງການຂອງນັກຮຽນທີ່ຮຽນພາສາຍີ່ປຸ່ນເພີ່ມຂຶ້ນໃນແຕ່ລະປີ ປື້ມຄູ່ມືຄູເຫຼັ້ມດັ່ງກ່າວຮຽບຮຽງຂຶ້ນເພື່ອແນະນຳໃຫ້ເຂົ້າໃຈກ່ຽວກັບວິທີການສອນໃຫ້ໄປຕາມເວລາທີ່ກຳນົດໄວ້ ສຳລັບຄູສອນພາສາຍີ່ປຸ່ນເປັນພາສາຕ່າງປະ ເທດພາສາທີ 2 ໃນປື້ມເຫຼັ້ມນີ້ໄດ້ຈັດແບ່ງຈຳນວນຄັ້ງຂອງການຂຶ້ນຫ້ອງຢ່າງລະອຽດໂດຍແຕ່ລະຄັ້ງເນັ້ນໃສ່ 4 ທັກສະຄື ການຟັງ ເວົ້າ ອ່ານ ແລະ ການຂຽນ ໃຫ້ນັກຮຽນມີສ່ວນຮ່ວມໃນການປະຕິກິດຈະກຳ ໂດຍປະຕິບັດຕົວຈິງໃນການແກ້ບົດເຝິກຫັດ ນຳສະເໜີຜົນງານ ແລະ ກິດຈະກຳຕ່າງໆ.

error: Content is protected !!