ກສຊ ຍົກລະດັບຄວາມຮູ້ວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ

      ພິທີເປີດເຝິກອົບຮົມວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ໄລຍະສັ້ນ 10 ວັນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກສຊ) ຈັດຂຶ້ນວັນທີ 13-24 ກຸມພາ 2023 ທີ່ກະຊວງດັ່ງກ່າວ ມີ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  

ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ຊຸດເຝີກອົບຮົມຄັັ້ງນີ້ສຸດທີ່ມີຄວາມໝາຍຄວາມສຳຄັນ ເພື່ອເຮັດໃຫ້ບັນດາສະຫາຍການນຳຫຼັກແຫຼ່ງກຳໄດ້ແນວທາງນະໂຍບາຍ ຂອງພັກ ທັດສະນະຫຼັກ ໝັ້ນການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເປັນບູລິມະສິດໃນການຈັດຕັ້ງປະຕິບັດວຽກ ງານໃຫ້ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ແທດເຖິງຕົວຈິງ ຮັບປະກັນທາງດ້ານຄຸນນະພາບ ຍົກສູງຄວາມສາມາດນຳພາຂອງການຈັດຕັ້ງ ສ້າງໃຫ້ມີການຫັນປ່ຽນຢ່າງຈະແຈ້ງໃນດ້ານຄຸນນະພາບ ຜູ້ທີ່ຮັບຜິດຊອບວຽກງານຈັດຕັ້ງຕ້ອງໄດ້ເຝິກ ອົບຮົມ ເພື່ອຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ເຊິ່ງມີຜູ້ເຂົ້າຮ່ວມ 45 ສະຫາຍ ຍິງ 18 ສະຫາຍ ທັງໝົດຈະໄດ້ສຶກສາຄົ້ນຄວ້າຮໍ່າຮຽນໃນ 15 ບົດ ເປັນເວລາເຝິກອົບຮົມ 10 ວັນ  ເພື່ອກຳໄດ້ເນື້ອໃນວຽກງານດັ່ງກ່າວໃຫ້ເລີກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ຖືກ ຕ້ອງສອດຄ່ອງຍິ່ງຂຶ້ນ.

ສະນັ້ນຈຶ່ງຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງຕັ້ງໃຈເອົາໃຈໃສ່ ເພື່ອຄົ້ນຄ້ວາແລກປ່ຽນບົດຮຽນກັບອາຈານທີ່ມາຂຶ້ນຫ້ອງໃນແຕ່ລະວັນ ປະຕິບັດຢ່າງເຂັ້ມງວດຕໍ່ລະບຽບການທີ່ ຄະນະຮັບຜິດຊອບວາງອອກ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການເຝິກ ອົບຮົມຢ່າງສຸດກົກສຸດປາຍ ໃຫ້ສົມກັບທີ່ການຈັດຕັ້ງນຳສົ່ງມາເຂົ້າຮ່ວມເຝິກອົບຮົມເພື່ອໃຫ້ບັນລຸໄດ້ຈຸດປະສົງຄາດໝາຍໃນການເຝິກອົບຮົມຄັ້ງນີ້ຢ່າງຈົບງາມ.

error: Content is protected !!