ທີມງານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ມອບທຶນຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ອຸປະກອນການສຶກສາ ແລະ ກີລາໄປມອບໃຫ້ໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກ ມອງ ແລະ ໂຮງຮຽນຊົນເຜົ່າເມືອງນໍ້າບາກ ໃນໂອກາດເດີນທາງເຂົ້າຮ່ວມບຸນສົມໂພດພະ ແລະ ສະຫຼອງພຸດທະສິມມາທີ່ວັດ ສີຄູນເມືອງ ບ້ານປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 4-5 ກຸມພາ 2023.

ກ່າວມອບໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ຮອງປະທານທີ່ປຶກສາກິດຕິມະສັກ ແລະ ທ່ານ ນາງ ອິນແປງ ຊາມຸນຕີ ປະທານ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ແລະ ກ່າວ ຮັບໂດຍອຳນາດການປົກຄອງບ້ານປາກມອງ ອຳນວຍການໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກມອງ ແລະ ອຳນວຍ ການໂຮງຮຽນຊົນເຜົ່າເມືອງນໍ້າບາກ ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານເຈົ້າເມືອງນໍ້າບາກ ຄູອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສໍາລັບເຄື່ອງ ແລະ ເງິນທີ່ນະຄະທີມງານໂຄງການໄປມອບໃຫ້ຄັ້ງນີ້ໄດ້ມາຈາກການປະກອບສ່ວນ ຂອງສະ ມາຊິກ ເຊິງການ ມອບເຄື່ອງຄັ້ງນີ້ ເພື່ອເປັນການປະກອບ ສ່ວນຊ່ວຍພັດທະນາຂະແໜງການສຶກສາໂດຍ ສະເພາະຊ່ວຍນັກຮຽນທີ່ທຸກຍາກ ຂາດເຂີນໂຮງຮຽນທີ່ຕັ້ງຢູ່ ເຂດຫ່າງໄກສອກຫຼີກ.