ສະພາບການເກີດອຸບັດເຫດໃນປີ 2022 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 6.000 ກວ່າຄັ້ງ ໂຕເລກຜູ້ເສຍຊີວິດເຖິງ 900 ກວ່າຄົນ ສະເພາະນະຄອນຫຼວງວຽງຈັນ ເກີດຂຶ້ນທັງໝົດ 1 ພັນກວ່າຄັ້ງ ເສຍຊີວິດເກືອບ 200 ຄົນ.

ຕາມການລາຍງານຂ່າວຂອງເພຈ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ: ກອງປະຊຸມສະຫຼຸບວຽກງານຕຳຫຼວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 9 ກຸມພາ 2023 ທ່ານ ພົຈວ ນິລະວົງ ເຈືອງຕະລາດ ຮອງ ຫົວໜ້າກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ສະພາບອຸປະຕິເຫດໃນ 1 ປີຜ່ານມາ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດ 6.440 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂຶ້ນ 864 ຄັ້ງ ເທົ່າກັບ 15,49%) ມີພາຫະນະເປ່ເພ 11.358 ຄັນ ຄົນໄດ້ຮັບບາດເຈັບ 10.132 ຄົນ ຄົນເສຍຊີວິດ 947 ຄົນ (ທຽບໃສ່ປີ 2021 ຄົນເສຍຊີວິດເພີ່ມຂື້ນ 116 ຄົນ ເທົ່າກັບ 13,95%).

ສະເພາະນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນທັງໝົດ 1.092 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂື້ນ 239 ຄັ້ງ ເທົ່າກັບ 28,01%) ພາຫະນະເປ່ເພ 2.058 ຄັນ ຄົນໄດ້ຮັບບາດເຈັບ 1.232 ຄົນ ຄົນເສຍຊີວິດ 183 ຄົນ (ທຽບໃສ່ປີ 2021 ເພີ່ມຂື້ນ 22 ຄົນ ເທົ່າກັບ 13,66%) ສ່ວນອຸບັດເຫດຢູ່ທາງດ່ວນ (ນະຄອນຫຼວງວຽງຈັນ-ເມືອງວັງວຽງ) ມີອຸປະຕິເຫດເກີດຂື້ນທັງໝົດ 47 ຄັ້ງ ພາຫະນະເປ່ເພ 66 ຄັນ ຄົນໄດ້ຮັບບາດເຈັບ 51 ຄົນ ຄົນເສຍຊີວິດ 2 ຄົນ.

ແນວໃດກໍຕາມ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແມ່ນໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໃນນີ້ ໄດ້ເອົາໃຈໃສ່ລົງກວດກາການສັນ ຈອນ ຕາມເສັ້ນທາງຫຼວງ ເພື່ອຈັບຄວາມໄວ ກວດກາທາດເຫຼົ້າ ຂົນສົ່ງສິນຄ້າຜູ້ໂດຍສານເກີນ ໄດ້ 3.678 ຄັ້ງ ກວດພົບຜູ້ ລ່ວງລະເມີດ 71.589 ຄົນ ຍິງ 19.256 ຄົນ ສຶກສາອົບຮົມນັກຂັບຂີ່ 58.322 ຄົນ ຍິງ 15.458 ຄົນ ແລະ ໄດ້ສຸມໃສ່ດຳເນີນຄະ ດີ ອຸບປະຕິເຫດ ທັງໝົດ 5.825 ລາຍ ສາມາດດຳເນີນແກ້ໄຂຄະດີອຸປະຕິເຫດໄດ້ 5.215 ລາຍ ເທົ່າກັບ 93,42% ແລະ ໄດ້ ຄຸ້ມຄອງ ແລະ ຕິດປ້າຍລົດ ທົ່ວປະເທດໄດ້ 115.930 ຄັນ ນະຄອນຫຼວງວຽງຈັນ 50.258 ຄັນ ແລະ ໄດ້ຈັດຕັ້ງກຳລັງວິຊາສະ ເພາະເຂົ້າປ້ອງກັນ ເປີດທາງຮັບໃຊ້ການນຳພັກ-ລັດຂັ້ນສູງ ວັນບຸນສຳຄັນຂອງພັກ-ຂອງຊາດ ແລະ ກອງປະຊຸມໃຫຍ່ທັງພາຍ ໃນ ແລະ ຕ່າງປະເທດໄດ້ 184 ຄັ້ງ.