ກາແດງ ສ ເກົາຫຼີ ມອບລົດຊ່ວຍເຫຼືອສູນເລືອດ ໄຊຍະບູລີ ແລະ ຄຳມ່ວນ

     ສູນເລືອດອົງການກາແດງ ສ ເກົາຫຼີ ໄດ້ມອບລົດຕູ້ຈໍານວນ 2 ຄັນ ແລະ ເຄື່ອງຮີດສາຍຖົງເລືອດ ຈໍານວນ 2 ເຄື່ອງລວມມມີມູນຄ່າທັງໝົດ 65.000 ໂດລາສະຫະລັດ ໃຫ້ແກ່ ສູນເລືອດ ແຂວງໄຊຍະບູລີ ແລະ ສູນເລືອດແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນວຽກງານໜ່ວຍເຈາະເກັບເລືອດ.

    ພິທີມອບ-ຮັບ ເຄື່ອງດັ່ງກ່າວຈັດຂຶ້ນວັນທີ 8 ກຸມພາ 2023 ທີ່ສະຖາບັນເລືອດແຫ່ງຊາດ ໂດຍແມ່ນ ທ່ານ ໂຈນາມຊອນ ຜູ້ອຳນວຍການ ສູນເລືອດ ອົງການກາແດງ ສ ເກົາຫຼີ ເປັນຜູ້ກ່າວມອບ ແລະ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ ຜູ້ຕາງໜ້າ ສູນເລືອດ ແຂວງ ໄຊຍະບູລີ ແລະ ແຂວງຄຳມ່ວນ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພູທອນ ເມືອງປາກກ່າວສະແດງຄວາມຂອບໃຈຕໍ່ສູນເລືອດອົງການກາແດງ ສ ເກົາຫຼີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢູ່ ສ ປ ປ ລາວ ແລະ ທ່ານໄດ້ເນັ້ນໜັກຕໍ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດໃນການສືບຕໍ່ສູ້ຊົນ ເສີມຂະຫຍາຍຄວາມອາດສາມາດໃນວຽກງານປຸກລະດົມບໍລິຈາກເລືອດ ໂດຍສະເພາະເພື່ອໃຫ້ບັນລຸຕົວເລກເປົ້າໝາຍການບໍລິຈາກເລືຶອດທີ່ໄດ້ກຳນົດໃຫ້ເກີນ 1% ຂອງປະຊາກອນຕໍ່ປີ.

    ປັດຈຸບັນ ສປ ປ ລາວ 80% ຂອງການຮັບບໍລິຈາກເລືອດ ແມ່ນໄດ້ມາຈາກການອອກຮັບບໍລິຈາກເລືອດເຄື່ອນທີ່ ຕາມສະຖານທີ່ຕ່າງໆ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ໃຊ້ພາຫະນະໃນການອອກເຄື່ອນໄຫວດັ່ງກ່າວ ອົງການກາແດງແຫ່ງຊາດລາວ ແລະ ສູນເລືອດ ອົງການກາແດງ ສ ເກົາຫຼີ ມີຄວາມມຸ້ງໝັ້ນການຮ່ວມມືໃນຄັ້ງນີ້ ຈະຊ່ວຍເພີ່ມຈໍານວນການຮັບບໍລິຈາກເລືອດຢູ່ຕາມສະຖານທີ່ຕ່າງໆໃຫ້ຫຼາຍຂຶ້ນ.

error: Content is protected !!