ຫສນຍ ຕ້ອງສືບຕໍ່ພັດທະນາ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ທັນສະໄໝ ຕາມ 3 ຫັນປ່ຽນ

ໃນຕອນເຊົ້າວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍການເປັນປະທານ ຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ມີບັນດາທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມ ຮອງຫົວໜ້າກົມ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ຫສນຍ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ ຮັບຟັງການລາຍງານສະຫຼຸບຜົນການເຄື່ອນ ໄຫວວຽກງານ ກໍ່ສ້າງພັກ-ພະນັກງານ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ຮັບຟັງການລາຍງານສະຫຼຸບຜົນງານການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ເຊິ່ງເຫັນໄດ້ວ່າ ຕະຫຼອດໄລຍະປີ 2022 ທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີການປັບປຸງກົງຈັກການຈັດຕັ້ງ ມີການສັບຊ້ອນດຸ່ນດ່ຽງພະນັກງານພາຍໃນ ແຕ່ຍັງສາມາດຮັກສາໄດ້ຄວາມສາມັກຄີພາຍໃນ ຄວາມເປັນເອກະພາບ ແລະ ມີຄວາມສະຫງົບ ໄດ້ປັບປຸງກົນໄກວິທີເຮັດວຽກ ໃຫ້ຮັດກຸມ ຖືກຕ້ອງ ວ່ອງໄວຂຶ້ນ ສາມາດຮັບປະກັນການປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ  ເປັນຕົ້ນ: ວຽກງານເສນາທິການ ວຽກປະສານງານ ວຽກບໍລິການຮັບໃຊ້.

ໂອກາດນີ້ ທ່ານປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ພະນັກງານ-ລັດຖະກອນ ທົ່ວ ຫສນຍ ໄດ້ພ້ອມກັນບຸກໜ້າບືນຕົວ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕະຫຼອດໄລຍະ 1 ປີທີ່ຜ່ານມາ ອັນສຳຄັນ ເພື່ອສືບຕໍ່ປະຕິບັດຄໍາຂວັນ 3 ໜ້າທີ່ຕົ້ນຕໍ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປສູ່ຄຸນນະພາບໃໝ່ນັ້ນ ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ກ່ອນອື່ນໝົດຄະນະປະຈໍາພັກ ຄະນະພັກ ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນໍາວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ມີຄວາມເປັນເອກະພາບ ແລະ ສາມັກຄີເປັນປຶກແຜ່ນ ຄຽງຄູ່ກັບການສ້າງບາດລ້ຽວໃໝ່ ການເປັນເສນາທິການ ໃນການຄົ້້ນຄວ້າ ໄດ້ມີການຫັນປ່ຽນຢ່າງແຂງເຮງ ເລິກ ເຊິ່ງ ຮອບດ້ານ ທາງດ້ານວິຊາການ ສ້າງກົນໄກປະສານງານ ທີ່ໂລ່ງລ່ຽນ ກົມກຽວ ສະໜອງການບໍລິການຮັບໃຊ້ທີ່ສະດວກ ວ່ອງໄວ ມີຄຸນນະພາບ ແລະ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ແລະ ທັນສະໄໝ ໂດຍ 3 ຫັນປ່ຽນຄື: (1) ຫັນປ່ຽນຈາກແນວຄິດຄອງຄອຍ ລັງເລ ລໍຖ້າແຕ່ຄຳສັ່ງ ໄປສູ່ຄວາມເປັນເຈົ້າການ ກວ່າເກົ່າ (2) ຫັນຈາກການເຮັດວຽກບໍ່ມີຈຸດສຸມຈະແຈ້ງ  ໄປສູ່ການເຮັດວຽກຢ່າງມີລະບົບ ເຂົ້າສູ່ລະບຽບ ມີຈຸດສຸມ ແລະ ຄາດໝາຍທີ່ຊັດເຈນ ແລະ (3) ຫັນຈາກລະບົບການເຮັດວຽກຫຼາຍຂັ້ນ ຫຼາຍຂອດ ໄປສູ່ລະບົບການເຮັດວຽກທີ່ສະດວກ ວ່ອງໄວ  ແລະ ທັນສະໄໝ ກວ່າເກົ່າ.

ໃນໂອກາດດໍາເນີນກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຄັ້ງນີ້ ຍັງໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ ເຊິ່ງທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍທ່ານ ນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບໍານານ ແລະ ເອກະສານທີ່ກ່ຽວຂ້ອງ ວ່າດ້ວຍການຍົກຍ້າຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງສຶກສາທິການ ແລະ ກີລາ.

error: Content is protected !!