ຟຟລ ເລັ່ງ​​ປ​ະ​ຕິ​ບັດ​ແຜນປະ​ຕິ​ຮູບ ໃຫ້​ສຳ​ເລັດ​ສ່ວນ​ໃຫຍ່​ໃນ​ປີ 2024  

ລັດວິສາຫະກິດໄຟຟ້າລາວ (ຟຟລ) ເລັ່ງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແຜນ​ປ​ະ​ຕິ​ຮູບ​ຂອງ​ຕົນ ພາຍຫຼັງ​ທີ່ໄດ້ຖືກຮັບຮອງຈາກລັດຖະ ບານ ແລະ ກົມການເມືອງສູນກາງພັກໃນໄຕມາດທີ 4 ປີ 2022 ປັດ​ຈຸ​ບັນຄະນະປະຕິຮູບທີ່ໄດ້ຮັບການແຕ່ງຕັ້ງໄດ້ຫັນ ແຜນ ດັ່ງກ່າວ ໃຫ້ສໍາເລັດເປັນສ່ວນໃຫຍ່ໃນປີ 2024.

ອີງຕາມ​ຂໍ້ມູ​ນ​ຈາກ ຟຟລ ໃຫ້​ຮູ້​ວ່​າ: ແຜນປະຕິຮູບລັດວິສາຫະກິດໄຟຟ້າລາວໄດ້ຖືກຮັບຮອງຈາກລັດຖະບານ ແລະ ກົມການ ເມືອງສູນກາງພັກໃນໄຕມາດທີ 4 ປີ 2022 ຈາກນັ້ນ ຄະນະປະຕິຮູບທີ່ໄດ້ຮັບການແຕ່ງຕັ້ງໄດ້ຫັນແຜນດັ່ງກ່າວເປັນລະອຽດ ໂດຍແບ່ງເປັນ 2 ໄລຍະຄື:ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບເພື່ອຄວາມຍືນຍົງ ຟຟລ ເຊິ່ງຕ້ອງສໍາເລັດເປັນ ສ່ວນໃຫຍ່ໃນປີ 2024 ຄຽງຄູ່ກັບການປະຕິບັດ 4 ມາດຕະການແກ້ໄຂໜີ້ສິນທີ່ ຟຟລ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແຜນ ປະຕິຮູບໄດ້ຜັນຂະຫຍາຍເປັນ 7 ກຸ່ມວຽກ 26 ແຜນງານໃຫຍ່ ແລະ ອີກຫຼາຍມາດຕະການຍ່ອຍ ເພື່ອດໍາເນີນຂະບວນການ ປະຕິຮູບໃນໄລຍະຂຸ້ນຂ້ຽວເລັ່ງດ່ວນ ໃນນີ້ໄດ້ຄົ້ນຄວ້າປັບປຸງໂຄງສ້າງລາຄາຈໍາໜ່າຍພາຍໃນປະເທດໃຫ້ສະທ້ອນຕົ້ນທຶນການ ຜະລິດຊື້ໄຟຈາກຜູ້ຜະລິດໄຟຟ້າເອກະຊົນລາຍໃຫຍ່ (IPP) ລວມທັງການລົງທຶນພາກຈໍາໜ່າຍ ສາຍສົ່ງ ແລະ ສະຖານີ ໂດຍ ສະເພາະໂຄງສ້າງລາຄາໄຟຟ້າ 8 ປະເພດ ຍົກເວັ້ນປະເພດທີ່ຢູ່ອາໄສ.

ການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງທາງດ້ານເສດຖະກິດ ແລະ ການ ເງິນໃນແຕ່ລະໄລຍະ ພ້ອມນັ້ນເພື່ອເພີ່ມກະແສລາຍຮັບໃຫ້ ຟຟລ ໃຫ້ສົມຄູ່ກັບອັດຕາແລກປ່ຽນທີ່ອ່ອນຄ່າຂອງເງິນກີບ ໃຫ້ ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85% ໂຄງສ້າງ ແລະ ລາຄາໄຟຟ້າທີ່ນຳ ໃຊ້ໃນປັດຈຸບັນແມ່ນໂຄງສ້າງເດີມແຕ່ປີ 2012 ສ່ວນອັດຕາລາຄາແມ່ນໄດ້ສືບຕໍ່ນຳໃຊ້ອັດຕາລາຄາຂອງປີ 2017 ແລະ ປັບຂຶ້ນ 2% ໃນເດືອນ ກຸມພາ 2021 ເປັນຕົ້ນມາຈົນເຖິງປັດຈຸບັນ ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫຼືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ ປະ ຕິບັດນະໂຍບາຍຫຼຸດການເກື້ອກູນພາກທຸລະກິດລົງເທື່ອລະກ້າວ ແລະ ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນ ກູ້ ແລະ ຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດ ໃນໄລຍະທົດແທນການລົງທຶນ.

ສະເພາະການປັບປຸງໂຄງສ້າງປະເພດຜູ້ຊົມໃຊ້ທີ່ບໍ່ແມ່ນທີ່ຢູ່ອາໄສ ມາຮອດ ປີ 2022 ການຊົມໃຊ້ໄຟຟ້າພາຍໃນປະເທດມີທັງ ໝົດປະມານ 10.000 ລ້ານ ກິໂລວັດໂມງ ມີຈໍານວນຜູ້ຊົມໃຊ້ທັງໝົດ 1.618.303 ຫົວໜ່ວຍ ໃນນັ້ນປະເພດທີ່ຢູ່ອາໄສກວມ 25% ຂອງການຊົມໃຊ້ໄຟທັງໝົດ ປະມານ 2.647 GWh ແລະ ມີໝໍ້ນັບໄຟ 1.532.344 ຫົວ      ໜ່ວຍ ເທົ່າກັບ 94,7% ສ່ວນປະເພດອື່ນໆກວມເອົາ 75% ເປັນພະລັງງານ 7.924 GWh ແລະ ກວມເອົາຈໍານວນຜູ້ຊົມໃຊ້ພຽງແຕ່ 85.959 ຫົວ ໜ່ວຍ ເທົ່າກັບ 5,3%) ເຊິ່ງປະເພດບໍ່ແມ່ນທີ່ຢູ່ອາໄສໄດ້ມີການຈັດແບ່ງດັ່ງນີ້: ປະເພດທູດ ແລະ ອົງການຈັດຕັ້ງສາກົນເອົາ ພຽງ 0,1% ແລະ ມີຜູ້ຊົມໃຊ້ 140 ຫົວໜ່ວຍ ປະເພດທຸລະກິດທົ່ວໄປ ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ ປະເພດທຸລະກິດສຶກສາ ແລະ ກີລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ ປະເພດທຸລະກິດບັນເທິງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີ ຜູ້ຊົມໃຊ້ 17.985 ຫົວໜ່ວຍ ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ ປະເພດອຸດສາຫະກຳ ກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍປະເພດທາງລົດໄຟ 0,6% ແລະ ມີຜູ້ຊົມໃຊ້ 10 ຫົວໜ່ວຍ ພິເສດ ປະເພດທຸລະ ກິດຂຸດຄົ້ນຊັບສິນດິຈິຕ້ອນກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ແລະ ເປັນໂຄງການທົດລອງຂອງລັດຖະບານ.

error: Content is protected !!