ມວສ ກະກຽມສ້າງຫຼັກສູດຄູວິທະຍາຜູ້ໃຫຍ່

      ສະຖາບັັນຄົ້ນຄວ້າ ແລະ ພັດທະນາການສຶກສາ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ຈັດກອງປະຊຸມລະດົມສະໜອງເພື່ອສ້າງຫຼັກສູດຄູວິທະຍາຜູ້ໃຫຍ່ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ(ADB) ຂຶ້ນໃນວັນທີ 27 ມັງກອນ 2023 ທີ່ ໂຮງແຮມນິວໂຣສ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ສຈ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມວສ ທ່ານ Alexo Esperato ຜູ້ຮັບຜິດຊອບໂຄງການຊ່ວຍເຫຼືອດ້ານວິຊາການຈາກ ADB  ແລະ ທ່ານ ນາງ ສະສິທອນ ພູກຣິດຕະຍະຄາມີ ຜູ້ຈັດການສະໜັບສະໜູນທຶນການຄົ້ນຄວ້າແບບແຂ່ງຂັນ ມີ ຕາງໜ້າຈາກ  ກະຊວງສາທາ ກະຊວງສຶກສາ ມວສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ການຈັດກອງປະຊຸມໃນຄັ້ງນີ້ຂຶ້ນເພື່ຶອປຶກສາຫາລືກ່ຽວກັບການພັດທະນາຫຼັກສູດຄູວິທະຍາສຳລັບການຮຽນ-ການສອນຜູ້ໃຫຍ່ ສຳລັບອາຈານທີ່ ມວສ ເພື່ອສະໜັບສະໜູນຄຸນນະພາບການສຶກສາສາທາລະນະສຸກ ແລະ ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ລັກສະນະທີ່ສຳຄັນຂອງຫຼັກສູດລວມທັງເນື້ອໃນ ຮູບແບບ ແລະ ຜູ້ເຂົ້າຮ່ວມຫຼັກສູດ ເຊິ່ງຫຼັກສູດທີ່ຈະພັດທະນານີ້ຖືເປັນຫຼັກສູດຄູວິທະຍາສຳລັບການຮຽນ-ການສອນຜູ້ໃຫຍ່ທຳອິດໃນຂົງເຂດສາທາລະນະສຸກ.

      ທ່ານ ຮອງອະທິການບໍດີໄດ້ກ່າວວ່າ:ໃນການພັດທະນາບຸກຄະລາກອນຕ້ອງໄດ້ເນັ້ນໃສ່ໃຫ້ມີຄຸນນະພາບໂດຍເນັ້ນໃສ່ປັບປຸງການຮຽນ-ການສອນທີ່ມີໃນປັດຈຸບັນໃຫ້ດີຂຶ້ນກວ່າເກົ່າແນ່ໃສ່ຮັບປະກັນຄຸນນະພາບໃນການກໍ່ສ້າງບຸກຄະລາກອນໃນດ້ານຕ່າງໆເພື່ອຮັັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ສະນັ້ນອີງໃສ່ທິດນຳຂອງພັກ-ລັດຖະບານ ກະຊວງສາທາລະນະສຸກຂອງພວກເຮົາໄດ້ເອົາໃຈໃສ່ປັບປຸງຄຸນນະພາບການຮຽນການສອນຢູ່ໃນຂະແໜງສາທາລະສຸກໂດຍໄດ້ສ້າງນະໂຍບາຍກ່ຽວກັບການພັດທະນາບຸຄະລາກອນທາງດ້ານສາທາລະນະສຸກເຊິ່ງໃນນັ້ນເນັ້ນໃສ່ໃຫ້ຄຸນນະພາບການຮຽນການສອນ ແນໃສ່ຜະລິດບຸກຄະລາກອນສາທາລະນະສຸກມີຄຸນນະພາບອອກຮັບໃຊ້ປະຊາຊົນ.

      ເພື່ອເຮັດໃຫ້ການພັດທະນາບຸຄະລາກອນດ້ານສາທາລະນະສຸກມີຄຸນນະພາບສູງໜຶ່ງໃນນັ້ນກໍຕ້ອງໄດ້ມີການປັບປຸງຕ້ອງໄດ້ມີການສ້າງຄວາມເຂັ້ມແຂງໃຫ້ຄູອາຈານເຊິ່ງຜ່ານມາ ມວສ ກໍໄດ້ເອົາໃຈໃສ່ໃນການກໍ່ສ້າງ ບຳລຸງສ້າງ ແລະ ພັດທະນາສ້າງຄວາມຮູ້ວິຊາສະເພາະໃຫ້ຄູອາຈານ ໜຶ່ງໃນນັ້ນແມ່ນໄດ້ຈັດເຝິກອົບຮົມດ້ານຄູວິທະຍາໃຫ້ແກ່ຄູອາຈານ ເມື່ອເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນດ້ານດັ່ງກ່າວຈຶ່ງໄດ້ຂຽນບົດສະເໜີຂໍສ້າງໂຄງການສະໜັບສະໜູນດ້ານວິຊາການຄົ້ນຄວ້າວິທະຍາສາດ ແລະ ພັດທະນາການສຶກສາ ເພື່ອແນໃສ່ປັບປຸງຄຸນນະພາບການຮຽນການສອນໂດຍໂຄງການໄດ້ຈັດຕັ້ງ 3 ກິດຈະກຳຫຼັກຄື: ຍົກສູງຄວາມສາມາດທາງດ້ານການຄົ້ນຄວ້າວິທະຍາສາດຂອງຄູອາຈານ ແລະ ນັກສຶກສາໂດຍຜ່ານຂະບວນການອົບຮົມທາງດ້ານວິທະຍາການຄົົ້ນຄວ້າ ແລະ ຈັດຕັ້ງປະຕິບັດການໃຫ້ທຶນຄົ້ນຄວ້າແບບແຂ່ງຂັນ ປັບປຸງຫູັກສູດການຮຽນວິຊາຊີບທາງການແພດ ໂດຍເຊື່ອມສານເອົາຫຼັກການໃນດ້ານຄູວິທະຍາຜູ້ໃຫຍ່ ແລະ ປັບປຸງບົດສອນໃຫ້ກ່ຽວກັບການສື່ສານພົວພັນລະຫວ່າງຜູ້ໃຫ້ບໍລິການ ແລະ ຄົນເຈັບ ຕິດຕັ້ງລະບົບເຕັກໂນໂລຊີເພື່ອສະໜັບສະໜູນການຮຽນແບບເໜືອນຈິງ ແລະ ການຮຽນລະບົບທາງໄກ.

error: Content is protected !!