ງານ Job Fest 2023 ເປີດໂອກາດໃຫ້ຜູ້ຊອກວຍກເຮັດງານທຳ ງານຄັ້ງນີ້ຈັດຂຶ້ນ 3-5 ມີນາ 2023 ທີ່ສູນ (ICTC) ນວ

    ອົງການອົງການສະຫະຊາຊາດເພື່ອການພັດທະນາ (UNDP) ຮ່ວມກັບບໍລິສັດ 108 Jobs ແລະ ບໍລິສັດ L.LEE ຈັດງານມະຫະກຳວຽກເຮັດງານທຳແບບເປີດກວ້າງປີ 2023  (Job Fest) ເພື່ອເປີດໂອກາດໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ຜູ້ຈ້າງງານໄດ້ພົບປະກັນ.

    “ໃນງານ Job Fest 2023 ຄາດວ່າຈະມີຫຼາຍກ່ວາ 50 ບໍລິສັດທີ່ເຂົ້າຮ່ວມຮັບສະໝັກພະນັກງານໃນຕໍາແໜ່ງວ່າງໃຫ້ຜູ້ຊອກວຽກໄດ້ສະໝັກງານ ນອກນັ້ນຍັງມີກິດຈະກຳຕ່າງໆເພື່ອກຽມຄວາມພ້ອມ ແລະ ໃຫ້ຄວາມຮູ້ກ່ຽວດ້ານການເຮັດວຽກ ດ້ານອາຊີບໃຫ້ຜູ້ເຂົ້າຮ່ວມງານເຊັ່ນ ການເຝິກອົບຮົມກຽມຄວາມພ້ອມໃນການສະໝັກວຽກ ທັກສະທີ່ຈຳເປັນໃນສະຕະວັດທີ 21   ເວທີເສວະນາຫຼາຍຫົວຂໍ້ໂດຍຊ່ຽວຊານໃນຫຼາກຫຼາຍຂະແໜງການ ການນຳສະເໜີຜົນສຳຫຼວດເງິນເດືອນ ແລະ ອາຊີບໃນຝັນຂອງເດັກນ້ອຍໃນ ສປປ ລາວ ການວາງສະແດງຂໍ້ມູນອາຊີບທີ່ຫຼາຍກວ່າ 100 ອາຊີບ ມີຈຸດກວດເງິນເດືອນ ເພື່ອເປັນແຫຼ່ງອ້າງອີງເຖິງຄວາມເໝາະສົມດ້ານຄ່າແຮງງານໃຫ້ກັບຜູ້ຄົນທີ່ເຂົ້າຮ່ວມ ມີຈຸດໃຫ້ຄຳປຶກສາດ້ານອາຊີບ ການຄົ້ນຫາຕົນເອງ ຄົ້ນຫາອາຊີບ ແລະ ອື່ນໆ.

    ງານດັ່ງກ່າວຈະໄດ້ຈັດຂຶ້ນລະຫວ່າງວັນທີ 3-5 ເດືອນມີນາ 2023 ຢູ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ບ້ານ ໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ດັ່ງນັ້ນ ເຊີນຊວນຜູ້ທີ່ກຳລັງຊອກວຽກ ນັກສຶກສາຈົບໃໝ່ ຫຼື ໃກ້ຈະຈົບ ຄົນທີ່ຍັງເຮັດວຽກທົດລອງງານ ນັກຮຽນ ນັກສຶກສາ ບຸກຄົນທົ່ວໄປ ບຸກຄົນທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ (ຜູ້ທີ່ມີຄວາມພິການ) ເຂົ້າຮ່ວມງານຄັ້ງນີ້.

error: Content is protected !!