ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ

    ສະຫະພັນກໍາມະບານ ແຂວງຄໍາມ່ວນ ຮ່ວມກັບ ອົງການຈັດຕັ້ງເມືອງທ່າແຂກ ແຂວງຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023) ຂຶ້ນໃນວັນທີ 31 ມັງກອນ 2023 ທີ່ສໍານັກງານປົກຄອງເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ແລະ ທ່ານ ໂຕເຊີນ ອຸດທັດສີ ປະທານສະຫະພັນກໍາມະບານ ແຂວງຄຳມ່ວນ ພ້ອມດ້ວຍພະແນກການ ຫ້ອງການອ້ອມຂ້າງເມືອງ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ວາດສະໜາ ເລືອງຈັນທະລາດ ຮອງປະທານສະຫະພັນກຳມະບານແຂວງ ໄດ້ເລົ່າຄືນມູນເຊື້ອແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ ແຕ່ລະໄລຍະ ເວົ້າລວມ ເວົ້າສະເພາະ ແມ່ນປະຫວັດການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານແຂວງຄຳມ່ວນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຂະບວນການຂອງອົງການຈັດຕັ້ງກຳມະບານ ຊົນຊັ້ນກຳມະກອນຊາວຜູ້ອອກແຮງງານແຂວງຄຳມ່ວນ ກໍມີການເຕີບໃຫຍ່ຂະຫຍາຍຕົວ ຍ້ອນເປັນແຂວງທີ່ສ້າງວິລະກຳປະຫວັດສາດ ແລະ ເປັນຈຸດກຳເນີດຂອງຊົນຊັ້ນກຳມະກອນຂອງປະເທດເຮົາ ຄື: ຢູ່ບໍ່ກົ່ວໂພນຕິ້ວ ໂດຍມີຄະນະພັກ-ອຳນາດການປົກຄອງແຂວງ ໄດ້ຊີ້ນໍາ-ນໍາພາຢ່າງໃກ້ຊິດ ຕິດແທດ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

    ຈາກນັ້ນທ່ານຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມ ໄດ້ພ້ອມກັນຍ່າງເພື່ອສຸຂະພາບ ເຊິ່ງຂະບວນດັ່ງກ່າວ ແມ່ນໄດ້ເລີ່ມຈາກເດີ່ນສໍານັກງານປົກຄອງເມືອງທ່າແຂກ ລ້ຽວຂວາໄປທາງ 4 ແຍກທ່າດ່ານ ໄປຫາແຍກຫໍໄຫວ້ມູນເຊື້ອປະຫວັດສາດ 21 ມີນາ ແລະ ລ້ຽວກັບສໍານັກງານປົກຄອງເມືອງທ່າແຂກ.

error: Content is protected !!