ປິດຊຸດອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ

    ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີສະຫຼຸບຊຸດຮຽນທິດສະດີການເມືອງ ແລະ ການປົກ ຄອງຊຸດທີ VI ໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນວັນທີ 27 ມັງກອນ 2023 ທີ່ກະຊວງດັ່ງກ່າວ ໂດຍເປັນປະທານຮ່ວມຂອງທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ນາງ ບຸນມີ ຈຸນລະຈັກ ຮອງເລຂາ ຮອງຫົວໜ້າສະຖາບັນ ການເມືອງ-ການປົກຄອງ ແຫ່ງຊາດ (ສມປຊ) ພ້ອມດ້ວຍ ທ່ານຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຄຳພູ ດວງສະໝອນ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ຂຶ້ນຜ່ານບົດສະຫຼຸບການອະນຸມັດເປີດເຝິກອົບຮົມທິດສະດີການເມືອງ ແລະ ການ ປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມເຂົ້າໃຈ ທາງດ້ານທິດສະດີ ການເມືອງ ຄວາມເປັນເອກະພາບ ຕໍ່ແນວທາງການເມືອງ ແລະ ແຜນນະໂຍບາຍຂອງພັກ-ລັດ ໃນໄລຍະໃໝ່ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມີຄວາມຮູ້ຕື່ມ ກ່ຽວກັບຫຼັກການ ໃນການເປັນຜູ້ນໍາ ເຊິ່ງເລີ່ມແຕ່ວັນທີ 25 ພະຈິກ 2022 ຫາ 27 ມັງກອນ 2023 ມີຜູ້ເຂົ້າຮ່ວມທັງໝົດ 56 ສະຫາຍ ຍິງ 25 ສະຫາຍ ຈາກພະແນກການ ທີ່ເປັນສະມາຊິກພັກ ພະນັກງານຫຼັກແຫຼ່ງຂອງກະຊວງ.

    ຫຼັກສູດ ເອກະສານເຝີກອົບຮົມແມ່ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນຜູ້ຮັບ ຜິດຊອບ ລວມທັງອາຈານສອນໃນພາກວິຊາຕ່າງໆ ນັບແຕ່ມື້ເລີ່ມຕົ້ນ ຈົນຈົບຫຼັກສູດຂອງການຮຽນ ປະກອບມີ 5 ພາກວິຊາ ລວມທັງໝົດ 33 ບົດ ລວມການຂຶ້ນຫ້ອງ 315 ຊົ່ວໂມງ ໃຊ້ເວລາຄົ້ນຄວ້າສຳມະນາ 56 ຊົ່ວໂມງ ແກ້ໄຂຂໍ້ຂ້ອງໃຈ 31 ຊົ່ວໂມງ ແລະ ໄປທັດສະນະສຶກສາ 7 ຊົ່ວໂມງ ພາຍຫຼັງຮ່ໍາຮຽນທາງດ້ານທິດສະດີແລ້ວ ຜູ້ເຂົ້າເຝິກອົບຮົມຍັງໄດ້ຂຽນບົດເກັບກ່ຽວບຸກຄົນ ແລະ ຈັດຕັ້ງເປັນໜ່ວຍ ຂຶ້ນຜ່ານບົດເກັບກ່ຽວ ທັງ 5 ພາກວິຊາຮຽນ ເພື່ອເປັນການຢັ້ງຢືນເຖິງຄວາມຮັບຮູ້.

    ຜ່ານການເຝິກອົບຮົມ ສາມາດຕີລາ ແລະ ປະເມີນຄວາມຮັບຮູ້ ເຂົ້າໃຈຂອງບັນດານັກສໍາມະນາກອນ ຈັດປະເພດ ຄິດໄລ່ເປັນສ່ວນຮ້ອຍ ໄດ້ລະດັບດີຫຼາຍ ມີ 49 ສະຫາຍ ເທົ່າກັບ 87,5% ລະລັບດີມີ 7 ສະຫາຍ 12,5% ຕີລາຄວາມຮັບຮູ້ ເຂົ້າໃຈໃນລະດັບດີຫຼາຍກວມເອົາອັດຕາສ່ວນຫຼາຍ.

error: Content is protected !!