ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະພາມົງໂກລີ

    ວັນທີ 30 ມັງກອນ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຢໍ ບາທາຣ໌ບີເລັກ (Yo.BAATARBILEG) ສະມາຊິກສະພາຄູຣານໃຫຍ່ ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.

    ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຢໍ ບາທາຣ໌ບີເລັກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ການນຳຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໂດຍສະເພາະໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຄຽງຄູ່ກັນນັ້ນ ບັນດາຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ກໍມີການພົວພັນຮ່ວມມືກັນ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ຂະແໜງກະສິກຳ ສາທາລະນະສຸກ ສຶກສາ (ການພັດທະນາຊັບພະຍາກອນມະນຸດ) ແລະ ອື່ນໆ ການພົວພັນຮ່ວມມືເຫຼົ່ານັ້ນ ລ້ວນແຕ່ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ ອັນພົ້ນເດັ່ນ ໃນປີ 2022 ຜ່ານມາ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ ແລະ ມົງໂກລີ ໂດຍໄດ້ຈັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດດັ່ງກ່າວ ຢ່າງມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ ນອກຈາກນັ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳເຊື້ອເຊີນຜ່ານທ່ານ ຢໍ ບາທາຣ໌ບີເລັກ ໄປເຖິງທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານສະພາຄູຣານໃຫຍ່ ແຫ່ງມົງໂກລີ ເພື່ອມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ທັງໄດ້ສະເໜີວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ມົງໂກລີຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນກອບການຮ່ວມມື ຂອງສອງຝ່າຍ ແລະ ຫຼາຍຝ່າຍ ຕື່ມອີກ.

    ໃນໂອກາດດຽວກັນ ທ່ານ ຢໍ ບາທາຣ໌ບີເລັກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ພ້ອມທັງລາຍງານໃຫ້ຊາບກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການເຄື່ອນໄຫວເຮັດວຽກຢູ່ສປປ ລາວ ສອງມື້ຜ່ານມາ ພ້ອມນັ້ນ ໄດ້ສະເໜີທ່ານ ນາຍົກ ລັດຖະມົນຕີ ສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ ຂອງສອງປະເທດ ໂດຍສະເພາະ ການຄ້າ ການລົງທຶນ ການຜະລິດກະສິກຳ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ນັບມື້ມີຜົນສຳເລັດຫຼາຍຂຶ້ນເປັນກ້າວໆ ເນື່ອງຈາກໃນເງື່ອນໄຂປັດຈຸບັນ ແມ່ນມີສິ່ງອຳນວຍຄວາມສະດວກຫຼາຍຂຶ້ນກວ່າເກົ່າຫຼາຍ ໂດຍສະເພາະການຂົນສົ່ງຜ່ານເສັ້ນທາງລົດໄຟລາວ-ຈີນ ລວມທັງແຜນການຮ່ວມມືຂົງເຂດວຽກງານຄົມມະນາຄົມໃນຕໍ່ໜ້າ ໂດຍສະເພາະການພິຈາລະນາເປີດສາຍການບິນໂດຍກົງ ລະຫວ່າງ ລາວ-ມົງໂກລີ ແລະ ມົງໂກລີ-ລາວ ໃນເວລາ ແລະ ເງື່ອນໄຂທີ່ເໝາະສົມ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

error: Content is protected !!