ສົກຮຽນ 2023-2024 ທົ່ວປະເທດຈະໄດ້ນຳໃຊ້ປຶ້ມແບບຮຽນຊັ້ນປ5 ສະບັບປັບປຸງໃໝ່

    ກອງປະຊຸມກວດ​ຜ່ານ ແລະ ຮັບ​ຮອງເນື້ອໃນຫຼັກ​ສູດ ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນປະຖົມສຶກສາ ປີທີ5 ຈັດຂຶ້ນລະຫວ່າງວັນ​ທີ 25-27 ມັງກອນ​ 2023 ຜ່ານມາ ທີ່ເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສວສ  ພ້ອມດ້ວຍບັນດາຄະນະອຳນວຍການສະຖາບັນ ຄະນະກົມ ຄະນະບໍດີ ຄະນະກໍາມະການກວດຜ່ານ ແລະ ຮັບ ຮອງຫຼັກສູດ ຄະນະຊ່ຽວຊານ ຄະນະຮັບຜິດຊອບແຜນງານບີຄວາ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ຕະຫຼອດໄລຍະ 3 ວັນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືຄົ້ນຄວ້າ ດ້ວຍຜົນສໍາເລັດ ຄື: ຄະນະກໍາມະການກວດຜ່ານ ແລະ ຮັບຮອງຫຼັກສູດໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບຮັບຮອງໃຫ້ຈັດພິມ ແລະ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ປ5 ທັງໝົດ 8 ວິຊາ ລວມມີ 13 ຕົ້ນສະບັບ ໃນສົກຮຽນ 2023-2024 ທີ່ຈະມາເຖິງນີ້ ພ້ອມທັງໄດ້ໃຫ້ຄໍາແນະນໍາການປັບປຸງເນື້ອໃນປຶ້ມ ໃນບາງຈຸດໃຫ້ມີຄວາມສົມບູນ ແກ່ຄະນະຮຽບຮຽງ ວິຊາພາສາລາວ ພາສາອັງກິດ ວິທະຍາສາດ ແລະ ສິ່ງແວດລ້ອມ ຄຸນສົມບັດສຶກສາ ສັງຄົມສຶກສາ ຫຼັງຈາກນັ້ນ ຄະນະຮຽບຮຽງກໍຈະໄດ້ປັບປຸງຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ ປ5 ດັ່ງກ່າວໃຫ້ມີຄວາມສົມບູນ ແລະ ພ້ອມທີ່ຈະສົ່ງໄປຈັດພິມໄດ້ໃນຕົ້ນເດືອນ 3 ປີ 2023 ນີ້.

error: Content is protected !!