ແມ່ຍິງ ສປສສ ຍາດໄດ້ຫຼາຍຜົນງານພົ້ນເດັ່ນ

    ຄະນະສະຫະພັນແມ່ຍິງ ສານປະຊາຊົນສູງສຸດ (ສປສສ) ສະຫຼຸບວຽກງານ ການເຄື່ອນໄຫວຂອງສະ ຫະພັນແມ່ຍີງ ສປສສ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນວັນທີ 27 ມັງກອນ 2023 ຜ່ານມາ ຢູ່ ສປສສ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ທ່ານ ນາງ ທັນສະໄໝ ຊາມຸນຕີ ປະທານສະພັນແມ່ຍິງ ສປສສ ພ້ອມດ້ວຍທ່ານ ຄູນ ຜາສຸກ ຄະນະປະຈຳພັກ ຜູ້ຊີ້ນຳ ວຽກງານອົງການຈັດຕັ້ງມະຫາຊົນ ແຂກຖືກເຊີນ ແລະ ເອື້ອຍນ້ອງສະຫະພັນແມ່ຍິງ ສປສສ ເຂົ້າຮ່ວມ.

    ທ່ານ ນາງ ຈັນໄທ ໄຊຍະວົງ ຮອງປະທານສະຫະພັນແມ່ຍິງ ສປສສ ຂຶ້ນຜ່ານບົດສະຫຼຸບ ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ໂດຍສະເພາະ ວຽກງານສຶກສາອົບຮົມການເມືອງແນວຄິດການຈັດຕັ້ງ ແລະ ບຸກຄະລາກອນ ປັດຈຸບັນ ປະກອບມີຄະນະສະຫະພັນແມ່ຍີງຈຳນວນ 7 ທ່ານ ແບ່ງເປັນ 8 ໜ່ວຍ ມີເອື້ອຍນ້ອງແມ່ຍິງທັງໝົດ 83 ທ່ານ ເຊິ່ງນອນໃນອົງການຈັດຕັ້ງມະຫາຊົນ ແລະ ເປັນພະນັກງານຫຼັກ ແຫຼ່ງ ຂອງ ສປສສ ອັນທີ່ພົ້ນເດັ່ນກ່າວໝູ່ ແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຊະມາຊິກເອື້ອຍນ້ອງແມ່ຍິງ ທີ່ສັງກັດຢູ່ບັນດາຄະນະສານໄດ້ເຮັດໜ້າທີ່ຄົ້ນຄວ້າ ແລະ ພິຈາລະນາຕັດສິນຄະດີຄຽງບ່າຄຽງໄລ່ກັບອ້າຍນ້ອງຊາຍໃນປະເພດຄະດີ ປະກົດມີກົມກອງ ແລະ ບຸກຄົນດີເດັ່ນ ໃນການປະກອບສ່ວນ ວຽກງານໄລຍະຜ່ານມາ ໄດ້ຮັບການຍ້ອງຍໍຊົມເຊີຍ.

    ສ່ວນທິດທາງ ແລະ ແຜນການເຄື່ອນໄຫວວຽກງານປີ 2023 ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍີງ ປັບປຸງກົນໄກແບບແຜນວິທີເຮັດວຽກ ເພີ່ມທະວີສ້າງຄວາມເຂັ້ມແຂງໃນຖັນແຖວແມ່ຍີງ ໃນການປະຕິບັດວຽກງານວິຊາສະເພາະ ທີຕິດພັນກັບຂະບວນການໃຫ້ພົ້ນເດັ່ນກ່ວາປີທີ່ຜ່ານມາ ໄປຄຽງຄູ່ກັບການສ້າງເອື້ອຍນ້ອງແມ່ຍີງ ໄປຕາມແຜນການກໍ່ສ້າງພະນັກງານສຶບທອດປ່ຽນແທນຍາວນານ ໃຫ້ເປັນລະບົບຕໍ່ເນື່ອງ ສືບຕໍ່ຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍີງໃຫ້ໄດ້ຮັບການເລື່ອນຊັ້ນເລື່ອນຂັ້ນ ຮັບນະໂຍບາຍເງີນອູດໜູນຕ່າງໆເປັນປົກກະຕິ ພ້ອມທັງສ້າງແຜນລົງໄປຢ້ຽມຢາມປ້າອາວຸດນໍານານຕາມເງື່ອນໄຂ ສະເໜີຂໍການຍ້ອງຍໍຜົນງານຈາກສູນກາງສະຫະພັນແມ່ຍີງລາວ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ 4 ພັດທະນາ ໃນປີ 2023 ແລະ ອື່ນໆ.

error: Content is protected !!