ກຕສ ປະກາດແຕ່ງຈັດຕັ້ງຫົວໜ້າສູນ 2 ທ່ານ

    ໃນວາລະກອງປະຊຸມຄົບຄະນະບໍລິຫານງານ ອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເປີດກວ້າງ ຄັ້ງທີ 3 ສະໄໝທີ ll ໃນວັນທີ 31 ມັງກອນ 2023 ທີ່ກະຊວງດັ່ງກ່າວ ມີພິທີປະ ກາດການຈັດຕັ້ງ ຂັ້ນຫົວໜ້າກົມ ໂດຍເປັນປະທານຂອງທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການ ສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະປະຈຳພັກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄຳພູ ດວງສະໝອນ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນ ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ເລກທີ 79/ນຍ ແລະ 80/ນຍ ອີງຕາມກົດໝາຍ ວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 03/ສພຊ ລົງວັນທີ 16 ພະຈິກ 2021 ຕາມການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 10 ມັງກອນ 2003  ແລະ ໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 33/ຄຈສພ ລົງວັນທີ 16 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ມີນາໄຊ ພິລາວົງ ເປັນຫົວໜ້າສູນອິນເຕີເນັດແຫ່ງຊາດ ກຕສ ແລະ ແຕ່ງຕັ້ງ ທ່ານ ນາງ ເກສອນ ສຸລິວົງ ເປັນຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກຕສ ທັງນີ້ ເພື່ອເປັນການປັບປຸງການຈັດ ຕັ້ງໃຫ້ສອດຄ່ອງ ເໝາະສົມກັບຄວາມ ຮູ້ຄວາມສາມາດ ເຮັດໃຫ້ວຽກງານມີການພັດທະນາດີຂຶ້ນ ເຊິ່ງດໍາລັດສະບັບດັ່ງດ່າວ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

error: Content is protected !!