ອົງການປົກຄອງນະຄອນຫຼວງ ພິຈາລະນາຫຼາຍບັນຫາສຳຄັນ

   ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 20 ຈັດຂຶ້ນວັນທີ 31 ມັງກອນ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານຮອງເຈົ້າຄອງ ບັນດາຫົວໜ້າພະແນກການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຫຼາຍບັນຫາສຳຄັນຂອງ ນວ ເປັນຕົ້ນການລາຍງານບັນຫາພົ້ນເດັ່ນຂອງ ນວ ເຊັ່ນ: ການເຜີຍແຜ່ຜົນສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກ ນວ ເປີດກວ້າງຄັ້ງທີ 8 ສະໄໜທີ 7 ຮ່າງຂໍ້ຕົກລົງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານປະຈໍາປີ 2023 ຂອງ ນວ ການລາຍງານໃຫ້ທິດຊີ້ນໍາກ່ຽວກັບ ການຄິດໄລ່ປະເມີນລາຄາຄືນຂອງໂຄງການກໍ່ສ້າງສູນປີ່ນປົວ ແລະ ສູນເຝີກວິຊາຊີບຜູ້ຕິດຢາເສບຕິດຢູ່ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ ການລາຍງານກ່ຽວກັບ ການຮັບຮອງແຜນສ້ອມແປງຂົວທາງໂດຍນໍາໃຊ້ງົບປະມານບ້ວງກອງທຶນທາງປີ 2022 (ປະຕິບັດ 2023) ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ແບ່ງໃຫ້ ນວ ເພື່ອບູລະນະຮັກສາ ແລະ ສ້ອມແປງທາງໃນ ນວ ຈໍານວນເງິນ 6,89 ຕື້ກີບ ແລະ ຮັບຟັງການລາຍງານສະພາບພົ້ນເດັ່ນເດືອນ ມັງກອນ ລວມທັງ ທິດທາງແຜນ ວຽກບູລິມະສິດເດືອນ ກຸມພາ 2023 ຂອງອົງການປົກຄອງ ນວ.  

    ຈາກນັ້ນທ່ານ ເຈົ້າຄອງ ໄດ້ມີຄໍາເຫັນຊີ້ນຳໃຫ້ທຸກພາກສ່ວນຈົ່ງສຸມໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີຈຸດສຸມເປັນຕົ້ນ ການປະຕິບັດທິດທາງລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2023 ຂອງ ນວ ໃຫ້ມີຜົນສຳເລັດ ໂດຍສະເພາະການຍູ້ແຮງພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຄຸນນະພາບ ສີຂຽວ ແລະ ຍືນຍົງ ຄຸ້ມຄອງເສດຖະກິດໃຫ້ມີສະຖຽນລະພາບ ໂດຍສຸມໃສ່ການແກ້ໄຂບັນຫາດ້ານເສດຖະກິດ-ການເງິນ ຢ່າງເປັນຮູບປະທຳຕາມທິດປະຢັດ ໂປ່ງໃສ ກວດສອບໄດ້ ແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂທີ່ສຳຄັນໃຫ້ແກ່ການພັດທະນາ ໃຫ້ມີຄຸນນະພາບດີຂຶ້ນ ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ໃຫ້ແຂງແຮງ ເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 5,5% ຂຶ້ນໄປ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 67,8 ລ້ານກີບ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 5.788,31 ຕື້ກີບ ສູ້ຊົນລະດົມການລົງທຶນໃຫ້ໄດ້ 19.000 ຕື້ກີບ ເທົ່າກັບ 27,5% ຂອງ GDP  ການລົງທຶນຈາກງົບປະມານພາຍໃນໃຫ້ໄດ້ຢ່າງໜ້ອຍ 2% ຂອງການລົງທຶນທັງໝົດ ເທົ່າກັບ 380 ຕື້ກີບ ການຊ່ວຍເຫຼືອທາງການພັດທະນາ ໃຫ້ໄດ້ 4% ຂອງການລົງທຶນທັງໝົດເທົ່າກັບ 760 ຕື້ກີບ ແລະ ການລົງທຶນຂອງພາກເອກະຊົນ ໃຫ້ໄດ້ຢ່າງໜ້ອຍ 94% ຂອງການລົງທຶນທັງໝົດ ເທົ່າກັບ 17.860 ຕື້ກີບ.

error: Content is protected !!