ຄົ້ນຄວ້າການເປີດບັນຊີທະນາຄານ ສໍາລັບອົງການຈັດຕັ້ງຊາວກະສິກອນ

ກອງປະຊຸມປຶກສາຫາລືກ່ຽວກັບການເປີດບັນຊີທະນາຄານສໍາລັບອົງການຈັດຕັ້ງຊາວກະສິກອນລາວ ຈັດຂຶ້ນວັນທີ 31 ມັງ ກອນ 2023 ທີ່ສູນຮຽນຮູ້ທຸລະກິດກະສິກຳ ແລະ ເຊື່ອມໂຍງຕະຫຼາດ ບ້ານດ່ານຊ້າງເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ຄໍາມູນ ໄຊມະນີ ປະທານເຄືອຂ່າຍຊາວກະສິກອນລາວ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງ ເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້  ມີຕົວແທນຈາກພາກລັດ ອົງການຊາວກະສິກອນ ບັນດາ ໂຄງການ ແລະ ອົງການຈັດຕັ້ງທາງສັງຄົມ ສະຖະບັນການສຶກສາ ແລະ  ບໍລິສັດເອກກະຊົນຜູ້ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນການສຶກສາຂໍ້ມູນກ່ຽວກັບການເປີດບັນຊີທະນາຄານສໍາລັບອົງການຈັດຕັ້ງຊາວກະສິ ກອນ ເພື່ອເຂົ້າໃຈຄວາມຮຽກຮ້ອງຕ້ອງການຂອງທະນາຄານທຸລະກິດ ກ່ຽວກັບການເປີດບັນຊີທະນາຄານໃຫ້ແກ່ອົງການຈັດ ຕັ້ງຊາວກະສິກອນ ເພື່ອປຶກສາຫາລືກ່ຽວກັບແນວທາງໃນການປັບປຸງລະບຽບການຕ່າງໆໃນຕໍ່ໜ້າ ເພື່ອໃຫ້ບັນດາອົງການຈັດ ຕັ້ງດັ່ງກ່າວ ສາມາດເປີດບັນຊີທະນາຄານໃຫ້ແກ່ອົງການຈັດຕັ້ງຂອງຕົນໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

ທ່ານ ຄໍາມູນ ໄຊມະນີ ກ່າວວ່າ: ເຄືອຂ່າຍຊາວກະສິກອນລາວ (LFN) ເປັນເຄືອຂ່າຍແຫ່ງຊາດຂອງອົງການຈັດຕັ້ງຊາວກະສິ ກອນ ໃນ ສປປ ລາວ ປັດຈຸບັນ ມີອົງການຈັດຕັ້ງຊາວກະສິກອນຢ່າງໜ້ອຍ 92 ອົງການຈັດຕັ້ງ ລວມທັງຫຼາຍກວ່າຂອງຊາວ ກະສິກອນຂະໜາດນ້ອຍໃນທົ່ວປະເທດ ສະມາຊິກສ່ວນໃຫຍ່ໄດ້ລົງທະບຽນເປັນກຸ່ມການຜະລິດກະສິກຳ 4.000 ຄອບຄົວ.

ຊາວກະສິກອນສ່ວນໃຫຍ່ ທີ່ຖືກສໍາພາດເປີດເຜີຍວ່າ ເຂົາເຈົ້າມັກເປີດບັນຊີທະນາຄານຢູ່ໃນ APB ເພາະວ່າ APB ແມ່ນເຮັດ ວຽກກ່ຽວກັບການພັດທະນາຂະແໜງກະສິກຳ ເຂົາເຈົ້າມີສາຂາ ແລະ ໜ່ວຍບໍລິການກວມເອົາສ່ວນໃຫຍ່ຂອງເຂດຊົນນະ ບົດ ຂະບວນການເປີດບັນຊີທະນາຄານຍັງຖືວ່າໄວ ແລະ ບໍ່ສັບສົນ ກົງກັນຂ້າມ ທະນາຄານບາງແຫ່ງເປັນທີ່ນິຍົມໃນສັງຄົມ ມີຄິວລູກຄ້າເປັນຈໍານວນຫຼວງຫຼາຍໃນແຕ່ລະວັນ ເຮັດໃຫ້ການເປີດບັນຊີເປັນເລື່ອງທີ່ໜ້າເບື່ອ ແລະ ໃຊ້ເວລາຫຼາຍສຳລັບ ຊາວກະສິກອນ ເຊິ່ງບາງຄັ້ງຊາວກະສິກອນແມ່ນມາຈາກທາງໄກ ແລະ ເຂດຫ່າງໄກສອກຫຼີກ ເຮັດໃຫ້ມີຄວາມຫຍຸ້ງຍາກແກ່ ເຂົາເຈົ້າ ແລະ ອື່ນໆ ສະນັ້ນທະນາຄານໃນຂົງເຂດດັ່ງກ່າວຈຶ່ງເປັນທາງເລືອກແກ່ເຂົາເຈົ້າໃນການເປີດບັນຊີທະນາຄານເພື່ອ ນຳໃຊ້ຕົວຈິງ.

error: Content is protected !!