ສສກ ປະດັບຫຼຽນ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (ແຕ່ປີ 2016-2020) ພ້ອມເປີດບັ້ນແຂ່ງຂັນ ແຕ່ນີ້ຮອດປີ 2025 ເມື່ອວັນທີ 30 ມັງກອນ 2023 ທີ່ສະໂມສອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ມີບັນດາຮອງລັດຖະມົນຕີ ອະດີດການນຳຂັ້ນສູງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຫົວໜ້າຫ້ອງການ ກົມ ສະຖາບັນ ສູນ ສຳນັກພິມສຶກສາ ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ພຸດ ສິມມາລາວົງ ໄດ້ກ່າວມີຄຳເຫັນວ່າ: ການຈັດພິທີໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນສໍາລັບສະມາຊິກພັກ ພະນັກງານ ຄູອາຈານ ແລະ ນັກວິທະຍາສາດ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ຕະຫຼອດ 5 ປີຜ່ານມາ (2016-2020) ຜົນສໍາເລັດ ແລະ ຜົນງານເລົ່ານັ້ນ ແມ່ນໄດ້ຖືກຈັດຕັ້ງປະຕິບັດໃນທ່າມກາງການທົດສອບ ຂອງສະພາບການພົວພັນສາກົນທີ່ມີລັກສະນະສະ ຫຼັບສັບຊ້ອນ ສາມາດຄາດເດົາໄດ້ຍາກ ສະພາບການລະບາດຂອງພະຍາດໂຄວິດ-19 ໄພທຳມະຊາດ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ອື່ນໆ ແຕ່ເຖິງປານນັ້ນ ພວກເຮົາກໍໄດ້ພ້ອມກັນບຸກທະລຸປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການຈົນມີຜົນສຳເລັດຫຼາຍດ້ານ ພິເສດດ້ານການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ເຫັນວ່າພວກເຮົາໄດ້ນໍາສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ຂັ້ນແຂວງ-ນະຄອນຫຼວງ ແລະ ຂັ້ນເມືອງຢ່າງເປັນຂະບວນການ ແລະ ມີເນື້ອໃນເລິກເຊິ່ງ ສ້າງມາດຕະຖານ 3 ສ້າງຂອງຂະແໜງການເປັນບ່ອນອີງໃຫ້ແກ່ຮາກຖານ ນຳພາ-ຊີ້ນຳ ລັດວິສາຫາກິດໃຫ້ມີຜົນກຳໄລ ແລະ ທົ່ວຂະແໜງການຮັກສາໄດ້ຄວາມສະຫງົບພາຍໃນເປັນຕົ້ນ.

    ຕໍ່ກັບຜົນສຳເລັດທີ່ໄດ້ກ່າວມານັ້ນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ການຊີ້ນຳນຳພາຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງ ສສກ ເຊິ່ງທ່ານພ້ອມດ້ວຍໝູ່ຄະນະໄດ້ນໍາພາ-ຊີ້ນໍາຂະບວນການແຂ່ງຂັນຮັກຊາດ ພັດທະນາ ດ້ວຍຄວາມຮັບຜິດຊອບສູງ ມີວິທະຍາສາດ ແລະ ຜັນຂະຫຍາຍໄດ້ຢ່າງແທດເໝາະກັບສະພາບ ແລະ ຈຸດພິເສດຂອງຂະແໜງການພວກເຮົາ ຜົນສຳ ເລັດທີ່ໄດ້ມານັ້ນ ຖ້າທຽບກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄື ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນໄລຍະໃໝ່ ແມ່ນເຫັນວ່າພວກເຮົາຈະຕ້ອງໄດ້ບຸກບືນຫຼາຍດ້ານ ເປັນຕົ້ນແມ່ນຄຸນນະພາບການສຶກສາ ການປະລະການຮຽນ ການເຝິກອົບຮົມວິຊາຊີບ ສ້າງພື້ນຖານການຫັນປ່ຽນການສຶກສາ ເພື່ອຮອງຮັບໂຄງປະກອບເສດຖະກິດໃໝ່ ແລະ ເພື່ອສ້າງສະພາບແວດລ້ອມການຮຽນຮູ້ຕະຫຼອດຊີວິດໃນຕໍ່ໜ້າ ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ ນອກຈາກຈະເປັນການຕີລາຄາຄືນກ່ຽວກັບຂະບວນການແຂ່ງຂັນຮັກຊາດ ພັດ ທະນາ ໄລຍະ 5 ປີ ຍ້ອງຍໍກົມກອງ ແລະ ບຸກຄົນແລ້ວ ພວກເຮົາຍັງຈະໄດ້ພ້ອມກັນຈັບມືແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີໃນຕໍ່ໜ້າ (2021-2025) ອີກດ້ວຍ.

    ນອກຈາກນີ້ ຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານແຂ່ງຂັນ ແລະ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2016-2020 ແລະ ທິດທາງແຜນການຮອດປີ 2025, ພ້ອມທັງຍ້ອງຍໍຜົນງານ 5 ປີ ໃຫ້ບຸກຄົນ ແລະ ກົມກອງພາຍໃນສໍານັກງານກະຊວງ ສສກ ທັງໝົດ 1.138 ທ່ານ ແລະ 38 ກົມກອງ ປະກອບມີ ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 131 ທ່ານ ແລະ 19 ກົມກອງ ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 96 ທ່ານ ແລະ 6 ກົມກອງ ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 158 ທ່ານ ແລະ 1 ກົມກອງ ຫຼຽນກາແຮງງານ ຈຳນວນ 194 ທ່ານ ແລະ 12 ກົມກອງ ໃບຍ້ອງຍໍລັດຖະບານ ຈຳນວນ 394 ທ່ານ ໃບຍ້ອງຍໍຂັ້ນກະຊວງ ຈຳນວນ 165 ທ່ານ.

ສີພອນ 31.1.2022

error: Content is protected !!