ລົດໄຟຟ້າ ຢາຕິ ເປັນອີກທາງເລືອກໃໝ່ຂອງຜູ້ຊົມໃຊ້

    ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບບໍລິສັດ YADEA ( ຢາຕິ ) ຈັດພິທີເປີດຫ້ອງວາງສະແດງລົດໄຟຟ້າຢາຕິ YADEA ໃນວັນທີ 28 ມັງກອນ 2023 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຫວັງ ເຫວີຍຄຸນ ຜູ້ອໍານວຍການ ບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈໍາກັດ ທ່ານ ກົວ ຈັນ ຫຍິງ ຜູ້ອໍານວຍການບໍລິສັດ YADEA ( ຢາຕິ) ປະຈໍາລາວ ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍຜູ້ອໍານວຍການສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍແຂກຖືກເຊີນ ລູກຄ້າທີ່ມາທ່ຽມຊົມ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ທ່ານ ກົວ ຈັນ ຫຍິງ ທ່ານ ອະພິຊາດ ສະຫວັດມົງຄົນ ກ່າວວ່າ: ປັດຈຸບັນການພັດທະນາຢ່າງກ້າວກະໂດດໃນທົ່ວໂລກ ກ່ຽວກັບພະລັງງານສີຂຽວ ຢາຕິ ໄດ້ເປັນຍີ່ຫໍ້ 1 ທີ່ນໍາໜ້າໃນດ້ານນີ້ ເຊິ່ງສູນທົດລອງໃຫ່ຍທັງໝົດ 2 ແຫ່ງ ສູນຄົ້ນຄວ້າ 6 ແຫ່ງໃນທົ່ວໂລກ ກວມເອົານັກວິທະຍາສາດກວ່າ 1.000 ຄົນ ພ້ອມເປັນເຈົ້າຂອງ 1.300 ລິຄະສິດ ໃນວົງການທີ່ສາມາດສ້າງ Graphene Battery ຜ່ານການ ພັດທະນາ 4 ປັດໃຈຫຼັກຄື: ແບັດເຕີລີ້ ມໍເຕີ້ໄຟຟ້າ ການສາກ ການຄວບຄຸ້ມໄຟຟ້າ ໄດ້ເຮັດໃຫ້ສິນຄ້າຫຼາຍລຸ້ນຂອງ ຢາຕິ ສາມາດແລ່ນໄດ້ເຖິງ 200 ກິໂລແມັດ ຕໍ່ 1 ເທື່ອສາກ ໂດຍລວມແລ້ວ ລົດຈັກໄຟຟ້າ ຢາຕິ ພາທ່ານໄປໄດ້ໄກກວ່າ ປະຫຢັດກວ່າ ຮັບປະກັນໂຄງລົດ 10 ປີ ມໍເຕີ້ 5 ປີ ແບັດເຕີລີ້ 3 ປີ ເຮັດໃຫ້ລູກຄ້າເດີນທາງສະດວກສະບາຍ ນີ້ແມ່ນເປົ້າໝາຍທີ່ພວກເຮົາພະຍາຍາມມາຕະຫຼອດ ຈະນໍາເອົາຄຸນນະພາບສິນຄ້າທີ່ດີທີ່ສຸດ ການບໍລິການທີ່ໃສ່ໃຈ ເປັນທາງເລືອກທີ່ໜ້າເຊື່ອຖືມາໃຫ້ລູກຄ້າໄດ້ຊົມໃຊ້.

    ທ່ານ ອະພິຊາດ ສະຫວັດມົງຄົນ ກ່າວວ່າ: ສູນການຄ້າວຽງຈັນເຊັນເຕີໄດ້ເປັນໂຕແທນຈໍາໜ່າຍລົດຈັກໄຟຟ້າ YADEA ທີ່ທັນສະໄຫມ ແລະ ຄົບວົງຈອນ ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມສະດວກສະບາຍໃຫ້ກັບລູກຄ້າທຸກທ່ານທີ່ມາທ່ຽວຊົມຈັບຈອງ ແລະ ຊື້ລົດຈັກໄຟຟ້າ YADEA ທີ່ສູນການຄ້າວຽງຈັນເຊັນເຕີ ສໍາລັບລູກຄ້າທີ່ຈັບຈອງ ແລະ ຊື້ລົດຈັກໄຟຟ້າໃນວັນນີ້ ມີກິດຈະກໍາແຈກຂອງລາງວັນ ຫຼາຍຢ່າງພ້ອມສ່ວນຫຼຸດ 5% ໃຫ້ກັບຜູ້ທີ່ມາຈອງ ແລະ ຊື້ລົດຈັກໄຟຟ້າ YADEA ແລະ ຫວັງວ່າສູນຈໍາໜ່າຍລົດຈັກໄຟຟ້າ YADEA ແຫ່ງນີ້ຈະສາມາດຕອບສະໜອງຄວາມເພິ່ງພໍໃຈ ແລະ ອໍານວຍຄວາມສະດວກໃຫ້ກັບລູກຄ້າທຸກທ່ານໄດ້.

error: Content is protected !!