ພາກລັດຮ່ວມມືຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນການຂໍອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນດ້ານແຮງງານ

    ເພື່ອເປັນການຜັນຂະຫຍາຍແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ໄລຍະແຕ່ປີ 2021-2025 ແລະ ດຳລັດວ່າດ້ວຍ ຂໍ້ມູນຂ່າວສານຕະຫຼາດແຮງງານ ໃນມາດຕາ 18 ການບໍລິຫານລະບົບຂໍ້ມູນຂ່າວ ສານຕະຫຼາດແຮງງານ ກຳນົດໄວ້ວ່າ ການບໍລິຫານລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແມ່ນການສ້າງ ຄຸ້ມຄອງ ພັດທະນາບຳລຸງຮັກສາ ແລະ ເຊື່ອມຕໍ່ລະບົບຂໍ້ມູນ ຂ່າວສານ ຕະຫຼາດແຮງງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບຖານຂໍ້ມູນຂອງພາກສ່ວນອື່ນ ກໍຄືໃນຂໍ້ທີ 4 ຂໍ້ມູນການລົງທຶນ ຈາກຖານຂໍ້ມູນໂຄງການລົງທຶນ ຂອງກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ພັດທະນາລະບົບຂໍ້ມູນຂ່າວສານຕະຫລາດແຮງງານ (LMIS) ໃຫ້ມີຄວາມ ຄົບຖ້ວນ ເພື່ອໃຫ້ປະຊາຊົນ ແລະ ຜຸ້ປະກອບການ ໄດ້ຮັບຮູ້ຂໍ້ມູນຂ່າວສານຕະຫລາດແຮງງານ ໄດ້ຢ່າງວ່ອງໄວ ມີຄຸນນະພາບ ທັນຕາມເວລາ ຖືກຕ້ອງ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ດັ່ງນັ້ນ ໃນວັນທີ 27 ມັງກອນ 2023 ກະຊວງແຜນການ ແລະ ການລົງທຶນ ໄດ້ມີ ພິທີເຊັນບົດບັນທຶກການຮ່ວມມື ການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນການຂໍ ອະນຸຍາດ ລົງທຶນສຳປະທານ ແລະ ຂໍ້ມູນດ້ານແຮງງານ ໃນລະບົບຖານຂໍ້ມູນລົງທຶນ ແລະ ຖານຂໍ້ມູນຂ່າວສານຕະຫຼາດແຮງງານ ເປັນກຽດເຂົ້າຮວ່ມໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ລີປາວ ຢາງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາ ຫົວໜ້າ ຮອງ ກົມທີ່ມາຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮວ່ມ.

    ບົດບັນທຶກດັ່ງກ່າວ ສອງຝ່າຍ ໄດ້ພ້ອມກັນປຶກສາຫາລື ແລະ ປະກອບຂໍ້ມູນເນື້ອໃນ (ຮ່າງ) ບົດບັນທຶກການຮ່ວມມື ການສະຫນອງຂໍ້ມູນລະຫວ່າງກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ສຳເລັດໂດຍພື້ນຖານ ເພື່ອແລກປ່ຽນຂໍ້ມູນການຂໍອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນດ້ານແຮງງານ ໃຫ້ເຂົ້າສູ່ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຢ່າງລວມສູນ ສະນັ້ນ ໃນມື້ນີ້ ທັງສອງພາກສ່ວນ ກົມສົ່ງເສີມການລົງທຶນ ກະຊວງແຜນ ການ ແລະ ການລົງທຶນ ແລະ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນພ້ອມແລ້ວ ທີ່ຈະເຊັນບົດບັນທຶກການຮ່ວມມືກ່ຽວກັບການຈັດຕັ້ງປະຕິບັດກົນໄກການສະຫນອງຂໍ້ມູນການຂໍອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນດ້ານແຮງງານ ໃນລະບົບຖານຂໍ້ມູນລົງທຶນ ແລະ ຖານຂໍ້ມູນຂ່າວສານຕະຫຼາດແຮງງານ ປັດຈຸບັນ ກົມການຈັດຫາງານ ໄດ້ສ້າງລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ສໍາເລັດໂດຍພື້ນຖານ ໃນການສ້າງເວັບໄຊລະບົບຂໍ້ມູນຂ່າວສານຕະຫລາດແຮງງານ www.lmi.gov.la ໃນການເຊື່ອມໂຍງຮ່ວມກັບຂະແໜງການຕ່າງໆ ທີ່ມີຂໍ້ມູນກ່ຽວຂ້ອງກັບຕະຫຼາດແຮງງານ ເພື່ອເຮັດຫນ້າທີ່ໃນການດຸ່ນດ່ຽງກຳລັງແຮງງານ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມ ໃນແຕ່ລະໄລຍະ.

error: Content is protected !!