ສວນອາຫານຊັບທະວີມີຕູບພັກຜ່ອນໃຫ້ບໍລິການຫຼາຍຮູບແບບ

     ປັດຈຸບັນຮ້ານອາຫານຕິດພັນກັບການທ່ອງທ່ຽວໃນນະຄອນຫຼວງວຽງຈັນມີຫຼາຍແຫ່ງ ເຊິ່ງແຕ່ລະແຫ່ງມີຈຸດພິເສດ ແລະ ລັກສະນະທີ່ເປັນເອກະລັກແຕກຕ່າງກັນ ໂດຍສະເພາະສວນອາຫານຊັບທະວີ ເປັນອີກໜຶ່ງສວນອາຫານທີ່ຕິດພັນກັບການທ່ອງທ່ຽວເໝາະສົມກັບການພັກຜ່ອນແບບຄອບຄົວ ແບບກຸ່ມໝູ່ເພື່ອນ ມີອາກາດປອດໂປ່ງ ເນັ້ນຕົບແຕ່ງດ້ວຍການປຸກຕູບລຽບຕາມແຄມໝອງນໍ້າ ມີການຈັດສັນເປັນລະບຽບຮຽບຮ້ອຍ ເຮັດໃຫ້ມີຄວາມໂດດເດັ່ນສວຍງາມ ແລະ ມີຫຼາຍກິດຈະກໍາໃຫ້ລູກຄ້າຫຼິ້ນເປັນຕົ້ນ ຈຸດຊົມວິວ ຊິດເບັດ ຈຸດຖ່າຍຮູບຫຼາກຫຼາຍສີສັນ ຫ້ອງຄາລາໂອເກະ ແລະ ອື່ນໆ.

     ທ່ານນາງ ໄມພອນ ເພັງພະຈັນ ເຈົ້າຂອງສວນອາຫານຊັບທະວີໃຫ້ສໍາພາດວ່າ:ຕົນເປັນຜູ້ໜຶ່ງທີ່ມີຄວາມມັກໃນການເຮັດສວນອາຫານຮູບແບບສ້າງຕູບພັກຜ່ອນກິນເຂົ້າແບບຄອບຄົວ ໂດຍອີງໃສ່ເນື້ອທີ່ດິນຂອງຕົນ 5,5 ເຮັກຕາ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຕັດສິນໃຈບຸກເບີກເນື້ອທີ່ດັ່ງກ່າວໃນທ້າຍປີ 2021 ເພື່ອສ້າງເປັນສວນອາຫານຕິດພັນກັບການທ່ອງທ່ຽວ ໃນນີ້ໄດ້ປຸກຕູບ ແລະ ສ້າງພື້ນຖານໂຄງລ່າງຕະຫຼອດຮອດສິ່ງອໍານວຍຄວາມສະດວກຕ່າງໆໃຫ້ກັບລູກຄ້າ ນອກນັ້ນຍັງໄດ້ສ້າງຈຸດຖ່າຍຮູບໃຫ້ມີຫຼາຍສີສັນ ສ້າງສະລອຍນໍ້າ ຮ້ານກາເຟ ແລະ ຕົບແຕ່ງສະຖານທີ່ຕ່າງໆພາຍໃນສວນໃຫ້ມີຄວາມສວຍງາມ ດຶງດູດລູກຄ້າກໍ່ຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ເຊິ່ງໄດ້ເປີດໃຫ້ບໍລິການແຕ່ເດືອນ ເມສາ 2022 ເປັນຕົ້ນມາ ເຫັນວ່າລູກຄ້າໄດ້ໃຫ້ຄວາມສົນໃຈ ເຊິ່ງຈະເຂົ້າມາຫຼາຍໃນວັນເສົາ-ອາທິດ ແລະ ເທສະການວັນສໍາຄັນຕ່າງໆ ໄປພ້ອມກັບການເປີດໃຫ້ບໍລິການໄດ້ສືບຕໍ່ສ້າງບາງຈຸດເປັນຕົ້ນ ຈຸດຊົມວິວມູມສູງ ຫ້ອງຄາລາໂອເກະ ວົງດົນຕີເສບສົດ  ແລະ ຈຸດອື່ນໆພາຍໃນສວນ ປັດຈຸບັນມີຄວາມຄືບໜ້າ 80%.

    ສວນອາຫານຊັບທະວີ ເປັນສວນອາຫານທີ່ເໝາະສົມກັບການມາພັກຜ່ອນແບບຄອບຄົວ ມາແບບໝູ່ເພື່ອນ ກຼຸບທ່ອງທ່ຽວ ແລະ ອື່ນໆ ເຊິ່ງມີຕູບທີ່ຕົບແຕ່ງດ້ວຍໄມ້ທີ່ເປັນເອກະລັກລາວ ມີຄວາມເປັນລະບຽບຮຽບຮ້ອຍ ສີສັນສວຍງາມ ແລະ ມີຫຼາຍຫ້ອງໃຫ້ລູກຄ້າໄດ້ເລືອກເຊັ່ນ:ຕູບໃຫຍ່ຫ້ອງແອວີໄອພີ 6 ຕູບ ສາມາດຮອງຮັບລູກຄ້າ 25 ຄົນຕໍ່ຫ້ອງ ຕູບນ້ອຍຫ້ອງແອວີໄອພີ 22 ຫ້ອງ ສາມາດຮອງຮັບລູກຄ້າໄດ້ 12 ຄົນຕໍ່ຫ້ອງ ເກັບຄ່າບໍລິການເຄິ່ງມື້ 75.000 ກີບຕໍ່ຫ້ອງ ຫຼື ໝົດມື້ເກັບລາຄາ 150.000 ກີບຕໍ່ຫ້ອງ ນອກນີ້ຍັງມີຕູບທົ່ວໄປແຄມໜອງນໍ້າ 95 ຕູບ ລູກຄ້າສາມາດເຂົ້ານັ່ງໂດຍບໍ່ເສຍຄ່າຕູບ ນອກນີ້ພາຍໃນສວນຍັງມີການບໍລິການອາຫານພື້ນບ້ານເປັນຕົ້ນ ແກງໜໍ່ໄມ້ ປີ້ງໄກ່ ຕໍາໝາກຫຸ່ງ ກ້ອຍປາ ແລະ ອາຫານປະເພດອື່ນໆ ມີລາຄາເລີ່ມແຕ່ 19.000 ກີບ ຫາ 150.000 ກີບ ມີໃຫ້ບໍລິການຊິດເບັດເລີ່ມຕົ້ນ 50.000 ກີບຕໍ່ຄັນ ໃຫ້ບໍລິການສະລອຍນໍ້າເດັກນ້ອຍ 20.000 ກີບ ຜູ້ໃຫຍ່ 25.000 ກີບຕໍ່ຕົນ ພິເສດພາຍໃນສວນຍັງມີໃຫ້ບໍລິການກາແລັມ ແລະ ກາເຟ ນອກນີ້ຍັງຮັບຈັດງານລ້ຽງ ງານສໍາມະນາ ແລະ ກອງປະຊຸມອື່ນໆທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ.

     ທ່ານນາງ ໄມພອນ ເພັງພະຈັນ ໃຫ້ຮູ້ຕື່ມອີກວ່າ: ທິດທາງໃນຕໍ່ໜ້າຈະສືບຕໍ່ພັດທະນາສວນອາຫານໃຫ້ສໍາເລັດ 100% ພ້ອມທັງສ້າງສະຖານທີ່ພັກເຊົາ ເຮັດໃຫ້ສວນອາຫານກາຍເປັນຣີສອດ ພ້ອມນັ້ນຈະປູກຜັກ ປູກດອກໄມ້ ອ້ອມຮອບບໍລິເວນສວນໃຫ້ມີຄວາມສວຍງາມ ເພື່ອໃຫ້ລູກຄ້າໄດ້ທ່ຽວຊົມ ແລະ ຖ່າຍຮູບຕື່ມອີກ.

error: Content is protected !!