ພະແນກ ຖວທ ນວ ສະຫຼຸບວຽກງານປະຈໍາປີ 2022

ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມສະ ຫຼຸບວຽກງານ ປະຈໍາປີ 2022 ແລະ ທິດ ທາງແຜນການປະຈໍາປີ 2023 ຂຶ້ນໃນວັນທີ 31 ມັງ ກອນ 2023 ທີ່ພະແນກດັ່ງກ່າວ ໂດຍການເປັນ ປະ ທານຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວ ໜ້າພະແນກ ຖວທ ນວ ເຂົ້າຮ່ວມມີ ທ່ານ ວັນສີ ກົວມົວ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນ ດາຄະ ນະພະແນກ ຫົວໜ້າຂະແໜງການ ຫ້ອງການ ພາກສ່ວນກ່ຽວຂ້ອງອ້ອມຂ້າງພະແນກ ຖວທ ນວ.

ທ່ານຫົວໜ້າພະແນກ ຖວທ ນວ ໄດ້ກ່າວໃນຖກອງປະຊຸມຄັ້ງນີ້ວ່າ: ຕະລອດໄລຍະ 1 ປີຜ່ານມາ ພະ ແນກ ຖວທ ນວ ໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານຕາມສິດ ແລະ ໜ້າທີ່ໂດຍສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຂອງພັກ ກໍຄື ອົງຄະນະພັກນະຄອນວຽງຈັນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ດັ່ງນັ້ນຈຸດປະສົງຂອງກອງປະ ຊຸມຄັ້ງນີ້ກໍ້ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ສຸມໃສ່ຈັດຕັ່ງ ປະຕິບັດແກ້ໄຂ ພ້ອມວາງແຜນການໃນປີຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການລາຍງານຂອງ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວ ຫນ້າພະແນກ ຖວທ ນວ ກ່າວວ່າ: ການເຄື່ອນໄຫວວຽກງານຂອງພະແນກ ຖວທ ນວ ໃນໄລຍະ 1 ປີຜ່ານມາ ແລະ ແຜນ ການຈັດຕັ່ງປະຕິບັດໃນປີ 2023. ກອງປະຊຸມໄດ້ຮັບຟັງການປະກອບຄໍາເກັນຂອງຂະແໜງການຖະແຫຼງຂ່າວ ຂະແໜງການ ວັດທະນະທໍາ ແລະ ຂະແໜງການທ່ອງທ່ຽວ ເພື່ອຍົກໃຫ້ເຫັນດ້ວຍດີ ດ້ານອ່ອນ ເພື່ອສືບຕໍ່ຈັດຕັ່ງປະຕິບັດ ແລະ ແກ້ໄຂ.

ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງ 2 ເມືອງໃນ ແລະ 1 ເມືອງນອກ ເພື່ອລາຍງານການຈັດຕັ່ງປະຕິບັດຕົວຈິງ ແລະ ບັນຫາທີ່ຕ້ອງສຸມໃສ່ແກ້ໄຂ ເຊັ່ນ: ເມືອງຈັນທະບູລີ ແມ່ນຈະໄດ້ສຸມໃສ່ວຽກງານໂຄສະນາປະຊາສໍາພັນ ໂດຍສະເພາະ ການນໍາໃຊ້ໂທລະໂຄ່ງໃນບາງຮາກຖານບ້ານ ເມືອງສີໂຄດຕະບອງ ແມ່ນຈະໄດ້ສຸມໃສ່ວຽກງານປ້າຍໂຄສະນາ ແລະ ເມືອງໄຊ ທານີ ແມ່ນຈະຕ້ອງສຸມໃສ່ແກ້ໄຂບັນຫາສຽງດັງເຮືອວັນເຂດບ້ານພະຂາວ.

error: Content is protected !!