ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການ ຮອດປີ 2025 ພ້ອມທັງປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຜົນງານ 5 ປີ ຂອງກະຊວງຍຸຕິທຳ ຈັດຂຶ້ນວັນທີ 27 ມັງກອນ 2023 ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ໄພວີ ສີບົວລິພາ ລັດ ຖະມົນຕີກະຊວງຍຸຕິທຳ ປະທານຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ມີບັນດາທ່ານຮອງລັດຖະມົນຕີ ອາດີດຮອງລັດຖະມົນຕີ ທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ບັນດາກົມ ສູນ ແລະ ສະຖາບັນຍຸຕິທຳແຫ່ງຊາດ ແລະ ສາຂາ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງຍຸຕິທໍາ ເຂົ້າຮ່ວມ.



ໂອກາດນີ້ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ຂຶ້ນຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີ ແຕ່ປີ 2016-2020 ຂອງກະ ຊວງຍຸຕິທຳ ບາງຕອນວ່າ: ວຽກງານການບໍລິການກົດໝາຍ ແລະ ຍຸຕິທຳ ໄດ້ຈັດຕັ້ງປະຕິບັດຄຳຕັດສີນຂອງສານທີ່ໃຊ້ໄດ້ເດັດຂາດ ສຳເລັດ 9.043 ເລື່ອງ ຄຳຕັດສີນຂອງສານທີ່ພວມຈັດຕັ້ງປະຕິບັດ ມີຈຳນວນ 34.266 ເລື່ອງ ມອບເງິນໃຫ້ຄູ່ຄວາມໃນຄະດີແພ່ງ ແລະ ຄະດີອາຍາ ເປັນເງິນຈຳນວນ 139.944 ລ້ານກວ່າກີບ 176.995 ພັນກວ່າບາດ (ສະກຸເງິນໄທ) 5.045.783 ໂດລາ 440 ພັນກວ່າຢວນ (ສະກຸນເງິນຈີນ) ແລະ 1.130 ພັນດົງ (ສະກຸນເງິນຫວຽດນາມ) ມອບເງິນອາກອນຈຳນວນ 9.672 ລ້ານກວ່າກີບ 279 ພັນກວ່າບາດ 17 ພັນກວ່າໂດລາ 7.000 ຢວນ ແລະ 21.410 ພັນກວ່າດົງ ມອບເງິນປັບໃໝຈຳນວນ 18.074 ພັນກວ່າກີບ 1.243 ພັນກວ່າບາດ ມອບເງິນຮິບ ຈຳນວນ 5.228 ລ້ານກວ່າກີບ 7.104 ພັນກວ່າບາດ 7 ໂດລາ 100 ຢວນ ແລະ 10.700 ດົງ ພິເສດ ໄດ້ຫັນພະນັກງານຈາກກະຊວງລົງຮາກຖານ ເພື່ອຕິດຕາມກວດກາ ແລະ ຊີ້ນຳການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຢູ່ 5 ແຂວງ ແຂວງລະ 2 ຄົນ ແລະ ນະ ຄອນຫຼວງວຽງຈັນ ໃນໄລຍະ 2 ປີ ລວມທັງໝົດ 40 ເທື່ອຄົນ ອອກນິຕິກຳໃຕ້ກົດໝາຍ 3 ສະບັບ.



ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນໆ ຂັ້ນກະຊວງໄດ້ທັງໝົດ 38.411 ສະບັບ ເກັບຄ່າທໍານຽມໄດ້ 564.260.000 ກີບ ແລະ ຄ່າບໍລິການໄດ້ 1.445 ລ້ານກວ່າກີບ ລວມຄ່າທໍານຽມ ແລະ ຄ່າບໍລິການ ໄດ້ທັງໝົດ 2.010 ລ້ານກວ່າກີບ ສຳລັບຢູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ຢັ້ງຢືນໄດ້ 89.803 ສະບັບ ເກັບຄ່າທໍານຽມໄດ້ 1.796 ລ້ານກວ່າກີບ ແລະ ຄ່າບໍລິການໄດ້ 6.467 ລ້ານກວ່າກີບ ລວມຄ່າທໍານຽມ ແລະ ຄ່າບໍລິການ ໄດ້ທັງໝົດ 8.263 ລ້ານກວ່າກີບ ປັບປຸງໜ່ວຍງານທະບຽນສານໄດ້ 79 ໜ່ວຍງານມາຮອດປັດຈຸບັນມີ 128 ເມືອງ ໄດ້ສ້າງຕັ້ງຫ້ອງການທະບຽນສານແລ້ວ.
ຄົ້ນຄວ້າແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ສໍາເລັດ 273 ຂໍ້ຂັດແຍ່ງ ລວມມູນຄ່າທັງໝົດ 433.538 ລ້ານກີບ 48.560 ພັນໂດລາ 56.919 ພັນບາດ ແລະ 32.214 ພັນຢວນ ພວມດໍາເນີນຢູ່ 31 ເລື່ອງມູນຄ່າ 43.275 ລ້ານກີບ 623.294,9 ໂດລາ ຈັດຕັ້ງເຝິກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຜູ້ໄກ່ເກ່ຍ-ຜູ້ຕັດສີນ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ 11 ຄັ້ງ ມີຜູ້ເຂົ້າຮ່ວມທັງຫມົດ 372 ຄົນ ຍິງ 67 ຄົນ.
ຜ່ານການສະຫຼຸບ ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກຂອງຂະແໜງການຍຸຕິທຳ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນ ດັ່ງນີ້: ຫຼຽນໄຊແຮງງານ ຊັ້ນ Iບຸກຄົນ ຈໍານວນ 19 ທ່ານ ແລະ 9 ກົມກອງ ຫຼຽນໄຊແຮງງານ ຊັ້ນ II ບຸກຄົນ ຈຳນວນ 25 ທ່ານ ແລະ 3 ກົມກອງ ຫຼຽນໄຊແຮງງານ ຊັ້ນ III ບຸກຄົນ ຈໍານວນ 86 ທ່ານ ແລະ 2 ກົມກອງ ຫຼຽນກາແຮງງານ ບຸກຄົນ ຈໍານວນ 112 ທ່ານ ແລະ 1 ກົມກອງ ໃບຍ້ອງຍໍລັດຖະບານ ບຸກຄົນ ຈຳນວນ 176 ທ່ານ ແລະ ໃບຍ້ອງຍໍລັດຖະມົນຕີ ບຸກຄົນ ຈໍານວນ 18 ທ່ານ.


ສໍາລັບທິດທາງແຜນການ ຮອດປີ 2025 ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນໄລຍະຜ່ານມາ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ການສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ບົນພື້ນຖານຈຸດໝາຍລວມຂອງພັກ ຂອງຊາດ ແລະ ບົນຈິດໃຈບຸກບືນສູ້ຊົນປະຕິບັດບັນດາຄາດ ໝາຍທີ່ໄດ້ກຳນົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາວຽກງານແຜນພັດທະນາວຽກງານ 5 ປີ ຂອງຂະແໜງຍຸຕິທຳ (2021-2025).
ຕອນທ້າຍ ກອງປະຊຸມຍັງໄດ້ປະກາດເນື້ອໃນການແຂ່ງຂັນ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຈັບມືແຂ່ງຂັນ ພ້ອມທັງຮັບຟັງການໂອ້ລົມຂອງລັດຖະມົນຕີ ກະຊວງຍຸຕິທໍາອີກດ້ວຍ.
ສີພອນ 27.1.2022