ສຸກຈະເລີນຟາມ ສຳເລັດການກໍ່ສ້າງໄລຍະ 1 ປັດຈຸບັນໄດ້ນຳໄກ່ນ້ອຍເຂົ້າໃນ 2 ໂຮງເຮື່ອນ ເພື່ອກຽມ ການຜະລິດ ຂະນະທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວໃນໂອກາດເອນໄຫວຊຸກຍູ້ໂຄງການດັ່ງກ່າວໃນວັນທີ 29 ມັງກອນ 2023ວ່າ: ສຸກຈະເລີນຟາມ ເປັນໂຄງການທີ່ດີ ຈະປະກອບສ່ວນສຳຄັນໃນການຫຼຸດຜ່ອນການນຳເຂົ້າໄຂ່.

ໂຄງການກໍ່ສ້າງ ສຸກຈະເລີນຟາມ ໄລຍະ 1 ປະກອບມີ ເຂດທີ່ພັກອາໄສ ເຂດລ້ຽງໄກ່ນ້ອຍ 2 ໂຮງເຮືອນ ເຂດລ້ຽງໄກ່ໃຫຍ່ 8 ໂຮງເຮືອນ ເຂດປອດເຊື້ອ ເຂດຄັກແຍກໄຂ່ ບັນຈຸພັນ ແລະ ຂົນສົ່ງ ປັດຈຸບັນໄດ້ກໍ່ສ້າງສຳເລັດໂດຍພື້ນຖານ ແລະ ໄດ້ນຳເອົາໄກ່ນ້ອນເຂົາມາລ້ຽງທັງ 2 ໂຮງເຮືອນ ໂຮງເຮືອນລະ 65.000 ໂຕ ຄາດວ່າຈະສາມາດຜະລິດໄຂ່ໄດ້ໃນອີກ 3-4 ເດືອນຕໍໜ້າ ຖ້າການສຳເລັດສົມບູນສະເລຍແລ້ວທັງຫມົດຟາມຈະໃດ້ຮັບໄຂ່ປພມານ 416.000ໜ່ວຍຕໍ່ວັນ ໃນຈຳນວນໄກ່ທັງໝົດ 520.000 ໂຕ ເທົ່າກັບ 80% ຂອງຈໍານວນໄກ່) ສ່ວນຕະຫຼາດຕະລາດຈຳໜ່າຍແມ່ນຈຳໜ່າຍໃນນະຄອນຫຼວງວຽງຈັນ ສະຫວັນນະເຂດ ຄຳມ່ວນ ບໍ່ແກ້ວ ແລະ ແຂວງຫຼວງພະບາງ.

ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈໃນການຂະຫຍາຍຖານການຜະລິດໄຂ່ເຂົ້າມານະຄອນຫຼວງວຽງຈັນ ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໃໝເຂົ້າໃນການຜະລິດທີ່ຈະສາມາດຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ແຕ່ຢາງໃດກໍຕາມ ກໍຕ້ອງໄດ້ມີແຜນເພື່ອຮອງຮັບຜະລິດຕະພັນ ໂດຍການສ້າງທຸລະກິດຕໍ່ຍອດ ກໍຄື ໝູນໃຊ້ຜະລິຕະພັນໄຂປຸ່ງແຕ່ງເປັນອາຫານ ເປັນຂອງຫວານ ເປັນທາງເລືອກໃຫ້ກັບລູກຄ້າ ພ້ອມນັ້ນກໍຕ້ອງເອົາໃຈໃສ່ໃນການພັດທະນາເພື່ອໃຫ້ສອດຄ່ອງກັນຕ່ອງໂສ້ການຜະລິດ ໂດຍການໝູນໃຊ້ມູນສັດພາຍໃນຟາມສະໜອງເຂົ້າໃນການປູກຝັງຕື່ມອີກ.

ທ່ານນາຍົກລັດຖະມົນຕີກ່າວຕື່ມອີກວ່າ: ຢ່າງໃດກໍຕາມ ໂຄງການດັ່ງກ່າວເປັນໂຄງການທີ່ດີ ສາມາດສະໜອງໄຂ່ເຂົ້າໃນຄະຫຼາດນະຄອນຫຼວງວຽງຈັນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ກການເງິນ ພ້ອມນັ້ນກໍເປັນການປະກອບສ່ວນໃນການຫຼຸດຜ່ອນການນຳເຈົ້າ.