VGS ຈັດງານສະແດງ ເຮືອບິນບໍ່ມີຄົນຂັບ ຄັ້ງທໍາອິດ

ບໍລິສັດ ວຽງຈັນ ຈີໂອເມຕິກ ເຊີວິດສ໌ ຈຳກັດຜູ້ດຽວ (VGS) ໄດ້ຈັດງານສະແດງ ເຮືອບິນບໍ່ມີຄົນຂັບ ຂອງບໍລິສັດຄັ້ງທໍາອິດຂຶ້ນ ເພື່ອສະແດງ ແລະ ອະທິບາຍຂັ້ນຕອນການບິນ ແລະ ເກັບກໍາຂໍ້ມູນໃຫ້ກັບ ກົມທາງນໍ້າ ກະຊວງໂຢຖາທິການ ແລະ ຂົນສົ່ງ ກ່ຽວກັບການນໍາໃຊ້ ເຮືອບິນບໍ່ມີຄົນຂັບ unmanned aerial vehicle (UAV) ຫຼື ເອີ້ນອີກຢ່າງໜື່ງວ່າ Drone.

ເຮືອບິນບໍ່ມີຄົນຂັບ ຖືກນໍາໃຊ້ເຂົ້າໃນວຽກງານ ການສໍາຫຼວດໂດຍໃຊ້ເຮືອບິນບໍ່ມີຄົນຂັບ ສໍາຫຼວດນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ພາຍໃຕ້ ໂຄງການຈັດການບໍລິຫານຄວາມສ່ຽງຈາກໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ສປປ ລາວ” ເຊີ່ງເປັນໂຄງການທີ່ໃຫ້ທຶນໂດຍ ທະນາຄານໂລກ ແລະ ທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ.

ງານສະແດງໃນຄັ້ງນີ້ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມັງ​ກອນ 2023 ຜ່ານ​ມາ ທີ່​ເຂດ​ເສດ​ຖະ​ກິກດ​ພິ​ເສ​ດ​ບຶງ​ທາດຫຼວງ ນອກຈາກການ ເຂົ້າຮ່ວມຂອງວິຊາການຈາກ ກົມທາງນໍ້າ ກະຊວງໂຢທາທິການ ແລະ ຂົນສົ່ງແລ້ວ ຍັງມີຕົວແທນເຈົ້າໜ້າທີ່ພາກລັດຈາກ ຫຼາຍໆພາກສ່ວນເຂົ້າຮ່ວມອີກເຊັ່ນວ່າ ວິຊາການຈາກກົມການບິນພົນລະເຮືອນ ກົມຈໍລະຈອນທາງອາກາດ ເຈົ້າໜ້າທີ່ ຈາກກະຊວງປ້ອງກັນປະເທດ ວິຊາການຈາກກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ຕົວແທນຈາກມະຫາວິ ທະຍາໄລແຫ່ງ ຊາດລາວ ແລະ ອື່ນໆເຊັ່ນວ່າວິຊາການຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ (Environment Protection Fund) ກະຊວງຊັບພະຍາກອນ ເຊີ່ງເປັນອີກອົງກອນໜື່ງທີ່ທາງ ວີຈີເອັສ ຈະໄດ້ເຮັດວຽກ ຮ່ວມເກັບກໍາຂໍ້ມູນ ແລະ ສ້າງແຜນທີ່ ຮ່ວມກັນເພີ່ມເຕີມໃນອະນາຄົດ.

ກ່ຽວກັບບໍລິສັດ ວີຈີເອັສ: ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ (ວີຈີເອັສ) ເປັນບໍລິສັດ ວັດແທກສໍາຫຼວດແລະ ສ້າງແຜນທີ່ທີ່ເກົ່າແກ່ ແລະ ມີປະສົບການຫຼາຍທີ່ສຸດພາຍໃນປະເທດລາວ ບໍລິສັດໃຫ້ບລິການສໍາຫຼວດ ແລະ ແຕ້ມແຜນທີ່  ລວມທັງການໃຫ້ບໍລິການທີ່ປຶກສາທາງດ້ານອຸທົກກະສາດ ອຸຕຸນິຍົມ ໃຫ້ບໍລິການໃຫ້ກັບໂຄງການເຂື່ອນໄຟຟ້າພະລັງງານນໍ້າ 60 ກວ່າ ໂຄງການໃນລາວ ແລະ ໃນພາກພື້ນອາຊີ ນອກນັ້ນຍັງລວມເອົາໂຄງການຂຸດຄົ້ນບໍແຮ່ຕ່າງໆນໍາ ການບໍລິການຂອງ ວີຈີເອັສ ແລະ ການເຮັດວຽກຂອງບໍລິສັດແມ່ນລວມເອົາທັງທາງອາກາດ ພາກພື້ນດິນ ໃນອຸໂມງ ແລະ ພື້ນລຸ່ມນໍ້າ ວີຈີເອັສ ນັ້ນພ້ອມທີ່ຈະບໍລິການສ້າງ ແລະ ແຕ້ມແຜນທີ່ໃຫ້ກັບໂລກຂອງທ່ານ.

error: Content is protected !!