ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາກອນຢູ່ໃນໂລກ ເນື່ອງຈາກຫົວໜ່ວຍທຸລະກິດໄດ້ມີການໂຈະ ແລະ ປິດກິດຈະການ ເຮັດໃຫ້ຕ້ອງໄດ້ໂຈະການຈ້າງງານ ແລະ ຢຸດການຈ້າງງານຢ່າງຖາວອນ ອີງຕາມການຄາດຄະເນຂອງອົງການແຮງງານສາກົນ ໃຫ້ຮູ້ວ່າທົ່ວໂລກຈະມີຜູ້ວ່າງງານເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງ 25 ລ້ານຄົນ ຈະສູນເສຍລາຍຮັບປະມານ 34.000 ຕື້ໂດລາສະຫະລັດ.

ກອງປະຊຸມປຶກສາຫາລືຈັດຫາງານໃຫ້ຜູ້ອອກແຮງງານລາວ ທີ່ໄດ້ຮັບກະທົບຈາກພະຍາດໂຄວິດ-19 ຈັດຂຶ້ນວັນທີ 19 ມິຖຸນາ 2020 ຢູ່ກະຊວງແແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ມີຮອງລັດຖະມົນຕີ ຮອງປະທານສູນກາງສະຫະພັນກຳມະບານລາວ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ປະທານສະພາການຄ້າ-ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສໍາລັບ ສປປ ລາວ ຫົວໜ່ວຍແຮງງານ ໂຄງການ ແລະ ໂຮງຈັກ-ໂຮງງານຫຼາຍແຫ່ງກໍມີການໂຈະ ແລະ ປິດກິດຈະການເຊັ່ນກັນ ເຊິ່ງຜູ້ອອກແຮງງານໃນລະບົບ ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫຼະກໍໄດ້ຮັບຜົນກະທົບຫຼາຍສົມຄວນ ຄາດຄະເນອັດຕາການວ່າງງານຈະເພີ່ມຂຶ້ນ 25% ເພື່ອແກ້ໄຂສະພາບການດັ່ງກ່າວ ລັດຖະບານຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດຂັ້ນສູນກາງ ຂັ້ນກະຊວງ ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍປະກອບມີຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານຢູ່ພາຍໃນ ແລະ ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໃນສະເພາະໜ້າ ແລະ ຍາວນານ ໃນໄລຍະຜ່ານມາ ກົມກອງທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ປະສານງານ ແລະ ພົວພັນກັບຕ່າງປະເທດ ໂດຍສະເພາະປະເທດໄທ ເພື່ອຕິດຕາມສະພາບດ້ານນະໂຍບາຍຕໍ່ຜູ້ອອກແຮງງານເປັນໄລຍະ ແລະ ຮ່ວມກັບສູນບໍລິການຈັດຫາງານ ບໍລິສັດຈັດຫາງານ ພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ເດີນທາງກັບຈາກປະເທດໄທ ພ້ອມນີ້ຍັງໄດ້ຈັດກອງປະຊຸມລະດັບວິຊາການກັບຂະແໜງການທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ກຳນົດວິທີທາງໃນການຮ່ວມມື ເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຈາກປະເທດໄທ ແລະ ຜູ້ວ່າງງານຢູ່ພາຍໃນປະເທດ ໃຫ້ເຂົ້າເຖິງການຈ້າງງານ.

ເພື່ອຊ່ວຍໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຜູ້ອອກແຮງງານລາວທີ່ວ່າງງານພາຍໃນປະເທດ ໄດ້ເຂົ້າເຖິງການມີວຽກເຮັດງານທຳພາຍໃນປະເທດ ຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງຫົວໜ່ວຍແຮງງານພາຍໃນປະເທດ ລວມທັງການໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ການມີສ່ວນຮ່ວມຂອງກະຊວງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເຊິ່ງກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ກະຊວງ ຮສສ ໃນການປະສານສົມທົບ ແລະ ຮ່ວມກັບຫົວໜ່ວຍແຮງງານຢູ່ຕາມຂະແໜງການຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງທີ່ກ່ຽວຂ້ອງ ລວມທັງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພື່ອບັນຈຸຜູ້ຊອກຫາວຽກເຮັດງານທຳເຂົ້າໃສ່ຕຳແໜ່ງງານວ່າງທີ່ມີຢູ່ ແລະ ການໂຄສະນາປະຊາສໍາພັນໃຫ້ແຮງງານລາວ ເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆ ແລະ ເຫັນໄດ້ຄວາມສໍາຄັນຂອງການເຮັດວຽກຢູ່ພາຍໃນປະເທດ.
# ຂ່າວ & ພາບ: ເພັດສະໝອນ