Katalyst Partners ຮ່ວມມືກັບ ສະມາຄົມຫັດຖະກຳ ລາວຈັດສຳມະນາ-ໃຫ້ຄຳປຶກສາທາງດ້ານທຸລະກິດ

ບໍລິສັດ Katalyst Partners ຮ່ວມມືກັບ ສະມາຄົມຫັດຖະກຳລາວ ຈັດສຳມະນາ ແລະ ໃຫ້ຄຳປຶກສາທາງດ້ານທຸລະກິດ” (Emcraft) ໃນວັນທີ 24 ມັງກອນ 2023 ທີ່ໂຮງແຮມເລີທາດຫຼວງດຣໍ ມີ ທ່ານ ນາງ ພັນມະນີ ຄໍາພິລາວົງ ຮັກສາການຫົວ ໜ້າໂຄງການ USAID LBE ແລະ ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ.

ການຈັດງານຄັ້ງນີ້ເພື່ອໃຫ້ຄຳປຶກສາດ້ານທຸລະກິດແກ່ MSMEs 28 ຫົວໜ່ວຍໃນຂະແໜງຫັດຖະກໍາ (25 ຫົວໜ່ວຍ ຈາກ ນະຄອນຫຼວງວຽງຈັນ ແລະ 3 ຫົວໜ່ວຍ ຈາກແຂວງຈຳປາສັກ) ໂຄງການດັ່ງກ່າວຈະໄດ້ຈັດຂຶ້ນຕໍ່ເນື່ອງໃນໄລຍະເວລາ 5 ເດືອນ (ເດືອນມັງກອນ-ພຶດສະພາ 2023) ທັງນີ້ກໍເພື່ອໃຫ້ການສະໜັບສະໜູນທາງດ້ານເຄື່ອງມື ແລະ ຍຸດທະສາດແກ່ ບັນດາຫົວໜ່ວຍທຸລະກິດໃນຂະແໜງຫັດຖະກຳ ໃນການວິເຄາະຮູບແບບທຸລະກິດຂອງຕົນໃນປະຈຸບັນ ແລະ ກໍານົດກາ ລະໂອກາດທີ່ຈະປ່ຽນແປງ ຫຼື ປັບຕົວໃຫ້ເຂົ້າກັບສະພາບການພາຍຫຼັງການລະບາດຂອງພະຍາດ COVID-19 ໃຫ້ການຊ່ວຍ ເຫຼືອຫົວໜ່ວຍທຸລະກິດໃນການກໍານົດກາລະໂອກາດເພື່ອກ້າວໄປສູ່ການນຳໃຊ້ນະວັດຕະກໍາ ແລະ ຍຸດທະສາດແນໃສ່ເພື່ອກໍ ໃຫ້ເກີດປະໂຫຍດສູງສຸດຈາກໂອກາດດ້ານນະວັດຕະກຳ ໃຫ້ການຊ່ວຍເຫຼືອແກ່ບັນດາເຈົ້າຂອງທຸລະກິດໃຫ້ມີຄວາມເຂົ້າໃຈ ແລະ ແກ້ໄຂບັນຫາສຳຄັນຕ່າງໆໃນຂະແໜງການ ເຊິ່ງລວມມີ ການຄຸ້ມຄອງຊັບພະຍາກອນມະນຸດ ການຕະຫຼາດ ແລະ ການ ຂາຍເພື່ອຂະຫຍາຍທຸລະກິດ ຊັບສິນທາງປັນຍາ ການຫັນເປັນດິຈິຕອລ ສ້າງໂອກາດພາຍໃນຂະແໜງການດັ່ງກ່າວ ໃຫ້ມີພື້ນ ທີ່ໃນການແບ່ງປັນປະສົບການ ການຮຽນຮູ້ຈາກເພື່ອນຮ່ວມງານ ແລະ ຮ່ວມກັນແກ້ໄຂບັນຫາ ພາຍຫຼັງສໍາເລັດ ຄາດວ່າ 80% ຂອງ MSMEs ທີ່ເຂົ້າຮ່ວມໂຄງການຈະມີລາຍໄດ້ເພີ່ມຂຶ້ນຢ່າງໜ້ອຍ 33% ໃນໄລຍະ 12 ເດືອນ.

ບໍລິສັດ Katalyst Partners ເປັນຄູ່ຮ່ວມງານຂອງກອງທຶນແບບມີສ່ວນຮ່ວມໃນການສ້າງລະບົບນິເວດທີ່ເອື້ອອຳ ນວຍຕໍ່ທຸ ລະກິດລາວ (LBEPF) ພາຍໃຕ້ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ-USAID LBE ບໍລິສັດດັ່ງກ່າວ ເປັນບໍລິສັດທຸລະກິດທີ່ປຶກສາໃນ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2019 ໂດຍມີເປົ້າໝາຍໃນການສ້າງທັກສະ ແລະ ຄວາມສາ ມາດໃຫ້ແກ່ປະຊາຊົນ ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຕ່າງໆໃນທົ່ວປະເທດແນໃສ່ປະ ກອບສ່ວນເຂົ້າໃນການເຕີບ ໂຕທາງດ້ານເສດຖະກິດຂອງ ສປປ ລາວ ພາຍໃຕ້ການສະໜັບສະໜູນຂອງທຶນແບບມີສ່ວນຮ່ວມ LBEPF.

error: Content is protected !!