ໄຂ້ຍຸງລາຍ ຖືກໄດ້ວ່າເປັນອີກສິ່ງທ້າທາຍໃຫ້ກັບຫຼາຍປະເທດໃນທົ່ວໂລກ ເຊິ່ງແຕ່ລະປີມີປະຊາຊກອນຈຳນວນ 390 ລ້ານຄົນ ສຳລັບ ສປປ ລາວ ເຮົາ

ອີງຕາມຕົວເລກຜູ້ຕິດເຊື້ອຮອດວັນທີ 29 ທັນວາ 2023 ມີຜູ້ຕິດເຊື້ອໃໝ່ 20 ກໍລະນີ ຕິດເຊື້ອສະສົມ 32.347 ກໍລະນີ ແລະ ເສຍຊີວິດສະສົມ 24 ຄົນ ສຳລັບປີ 2023 ມາຮອດວັນທີ 18 ມັງກອນ ມີຜູ້ຕິດເຊື້ອໃໝ່ 13 ກໍລະນີ ຕິດເຊື້ອສະສົມ 164 ກໍລະນີ ຍັງບໍ່ມີກໍລະນີເສຍຊີວິດ ເຊິ່ງທັງໝົດທີ່ກ່າວມານັ້ນລ້ວນແລ້ວແຕ່ແມ່ນ ຍຸງລາຍບ້ານ Aedes aegypti ເປັນພາຫະນຳເຊື້ອ.

ຈາກການລະບາດຂອງພະຍາດດັ່ງກ່າວ ຫຼາຍໆປະເທດໃນທົ່ວໂລກຕາງກໍໄດ້ເອົາໃຈໃສ່ເພື່ອບໍ່ໃຫ້ມີການຕິດເຊືອເປັນວົງກວ້າງ ໂດຍການນຳໃຊ້ຫຼາຍວິທີ ໃນນັ້ນກໍປະກອບມີ ວິທີການໂວບັກເຄຍ(Wolbachia)ເຊິ່ງເປັນວິທີການທີ່ປອດໄພ ແລະ ຍືນຍົງໃນ ຕົວຂອງມັນເອງ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍມາສູ່ຄົນ.
ການປ່ອຍຍຸງລາຍບ້ານທີ່ມີເຊື້ອ Wolbachia ໄດ້ດໍາເນີນການ ຫຼື ພວມດໍາເນີນການຢູ່ 12 ປະເທດ: ອົດສະຕາລີ ຫວຽດນາມ ອິນໂດເນເຊຍ ບຼາຊີວ ໂຄລົມເບຍ ສີລັງກາ ນິວຄາລີໂດເນຍ ວານູອາຕູ ຟິຈິ ຄິຣິບາຕິ ແມັກຊິໂກ ແລະ ລາວ ສຳລັບຢູ່ ສປປ ລາວ ໄດ້ເລີ່ມແຕ່ປີ 2018-2019 ດໍາເນີນໂດຍ ສະຖາບັນປັດສະເຕີລາວ ໄດ້ເກັບຂໍ້ມູນຊະນິດ ແລະ ຈໍານວນຍຸງຢູ່ 3 ເມືອງ ໃນນະ ຄອນຫຼວງວຽງຈັນ: ຈັນທະບູລີ ໄຊເສດຖາ ແລະ ໄຊທານີ ເຊິ່ງຜົນການສໍາຫຼວດພົບວ່າ ມີຍຸງລາຍ Aedes aegypti 91,6% ແລະ Aedes albopitus 8,4% ແລະ ເຫັນໄດ້ວ່າ ສາມາດນໍາໃຊ້ວິທີການໂວບັກເຄຍ (Wolbachia method) ຢູ່ໃນນະຄອນຫຼວງວຽງຈັນ ໄດ້.

ແຕ່ກ່ອນຈະເຂົ້າໄປເຖິງລາຍລະອຽດໃນການເຄື່ອນໄຫວໃນແຕ່ລະເມືອງນັ້ນ ຄໍລຳສາລະໜ້າຮູ້ ຂໍນຳສະເໜີ ກ່ຽວກັບ ຍຸງລາຍບ້ານ ແລະ ຍຸງ Wolbachia ມີຄວາມແຕກຕ່າງກັນແນວໃດ ແລະ ລວມໄປເຖິງ ວິທີການຂອງ Wolbachia ໃຫ້ຮັບຮູ້ ແລະ ເຂົ້າໃຈ.

ເລີ່ມຈາກ ຍຸງລາຍບ້ານ Aedes aegypti ເປັນພາຫະນໍາເຊື້ອຂອງ ໄຂ້ຍຸງລາຍ ໄຂ້ຊິກ້າ ໄຂ້ເຈັບຂໍ່ ແລະ ໄຂ້ເຫຼືອງ ອາໄສຢູ່ເຂດຕົວເມືອງ ແຫຼ່ງເພາະພັນແມ່ນຢູ່ໃນນໍ້າສະອາດ ຕາມພາຊະນະທີ່ມີນໍ້າຂັງ ກັດເລືອດຄົນ.

ສ່ວນ ຍຸງຫຼາຍທີ່ມີເຊື້ອ Wolbachia ເປັນຍຸງທີ່ມີພູມຄຸ້ມກັນທີ່ສາມາດຢັບຢັ້ງເຊື້ອໄວຣັສພາຍໃນຕໂຕມັນເອງ ສະນັ້ນເວລາຍຸງລາຍບ້ານທີ່ຖືເຊື້ອດັ່ງກ່າວ ໄປກັດຜູ້ປ່ວຍໄຂ້ຍຸງລາຍ ຫຼື ພະຍາດອື່ນໆທີ່ມີຍຸງລາຍເປັນພາຫະນຳເຊື້ອ ມັນຈະບໍ່ສົ່ງຕໍ່ພະຍາດດັ່ງກ່າວໄປຫາຜູ້ອື່ນໆ ເນື່ອງຈາກວ່າເຊື້ອ Wolbachia ໃນໂຕຍຸງໄດ້ທຳລາຍເຊື້ອໄວຣັສດັ່ງກ່າວພາຍໃນໂຕມັນເອງແລ້ວ.
