ປີຜ່ານມາໂຮງໝໍມິດຕະພາບ ສາມາດ ກວດ ປິ່ນປົວຄົນເຈັບໄດ້ຫຼາຍກວ່າ 1 ແສນເທື່ອຄົນ

ໂຮງໝໍມິດຕະພາບ ຈັດພິທີ ຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈໍາປີ 2022 ແລະ ຜ່ານແຜນການປີ 2023 ໃນວັນທີ 19 ມັງກອນ 2023 ທີ່ໂຮງໝໍມິດຕະພາບ ເປັນປະທານຂອງ ທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍ ມິດຕະພາບ ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄະນະ ກົມ ຮອງກົມ ຫົວໜ້າສູນ ຄະນະອໍານວຍການໂຮງຫມໍສູນກາງ ພະນັກງານແພດໝໍ ແລະ ວິຊາການພາຍໃນໂຮງໝໍ.

ຕາມ​ການ​ລາຍ​ງານ​ຂອງ ທ່ານ ດຣ. ສອນໄຊ ລາດຊະວົງ ເຫັນ​ໄດ້​ວ່າ: ໃນ 1 ປີໄດ້ຜ່ານມາໄດ້ກວດ ແລະ ປິ່ນປົວຄົນເຈັບຢູ່ຫ້ອງ ກວດເຂດນອກໄດ້ 153.425 ເທື່ອຄົນ ຍິງ 88.421 ເທື່ອຄົນ ກວດເຂດນອກໂຮງໝໍພາກຂະຫຍາຍ 43.447 ເທື່ອຄົນ ຍິງ 25.275 ເທື່ອຄົນ ຮັບຄົນເຈັບສຸກເສີນ 45.081 ເທື່ອຄົນ ຍິງ 21.658 ເທື່ອຄົນ (ໃນນັ້ນ ອຸປະຕິເຫດທ້ອງຖະໜົນເຂົ້າມາ ສຸກເສີນ 10.855 ກໍລະນີ ຍິງ 3.533 ກໍລະນີ) ຮັບຄົນເຈັບເຂົ້ານອນ 20.142 ເທື່ອຄົນ ຍິງ 8.928 ເທື່ອຄົນ ເດັກເກີດໃໝ່ 1.497 ຄົນ ຍິງ 774 ຄົນ (ໃນນັ້ນຄົນເຈັບເກີດລູກທາງຊ່ອງຄອດທີ່ຕິດເຊື້ອພະຍາດໂຄວິດ-19 ມີ 32 ກໍລະນີ) ຜ່າຕັດທັງໝົດ 8.580 ກໍລະນີ (ໃນນັ້ນໄດ້ຜ່າຕັດຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ມີ 154 ກໍລະນີ) ຟອກໄຂ່ຫຼັງ 6.069 ເທື່ອຄົນ (ໃນນັ້ນ ໄດ້ຟອກໄຂ່ຫຼັງໃຫ້ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ມີ 48 ເທື່ອກໍລະນີ) ອັດຕາການໝູນໃຊ້ຕຽງ 109,38% ຄົນເຈັບສາຍແສງປິ່ນປົວມະເຮັງ 7.013 ເທື່ອຄົນ.

ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ການປະຕິບັດໜ້າທີ່ວຽກງານການຕອບໂຕ້ ສະກັດກັ້ນ ແລະ ຄວບຄຸມ ແກ້ໄຂການລະບາດຂອງ ເຊື້ອພະຍາດ COVID-19 ເຊິ່ງໄດ້ເກັບຕົວຢ່າງຄົນເຈັບກໍລະນີສົງໃສ່ 28.818 ກໍລະນີ (ກວດດ້ວຍRapid test 13.767 ກໍລະນີ (ໃຫ້ຜົນບວກ 1.120 ກໍລະນີ) Gen Xpert 6.219 ກໍລະນີ (ໃຫ້ ຜົນບວກ 1.440 ກໍລະນີ) ສົ່ງໄປສູນເມຣິເອີ 6.632 ກໍລະນີ) ເຂົ້ານອນປິ່ນປົວ 857 ກໍລະນີ ປິ່ນປົວດີ ແລະ ອອກໂຮງໝໍໍ 810 ກໍລະນີ ເປີດກວ້າງໃນການສັກວັກຊີນປ້ອງກັນພະຍາດໂຄ ວິດ-19 ມີຜູ້ມາຮັບສັກວັກຊິນ 23.829 ເຂັ້ມ.

ນອກຈາກນີ້ໄດ້ປະຕິບັດນະໂຍບາຍວຽກງານປະກັນສຸຂະພາບໂດຍມີຜູ້ປະກັນຕົນມາຮັບບໍລິການ 63.931 ຄົນ ນະໂຍບາຍ ການຢືນປົວໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກອານະຖາ ນັກບວດ ນັກຮຽນ ນັກສຶກສາ ແລະ ນະໂຍບາຍຫຼຸດຄ່າຟອກເລືອດໃຫ້ຄົນ ເຈັບຜູ້ທຸກຍາກມີ 987 ຄົນ ມູນຄ່າ 318.181.390 ກີບ.

error: Content is protected !!