ປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ-ການລົ້ມລະລາຍຂອງວິສາຫະກິດ

       ສານປະຊາຊົນສູງສຸກ ຈັດພິທີປະກາດການນຳໃຊ້ຮ່າງແບບຟອມຂອງສານທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

         ການປະກາດນຳໃຊ້ຮ່າງແບບຟອມດັ່ງກ່າວຄັ້ງນີ້ ເພື່ອແນໃສ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເຊິ່ງເປັນເຄື່ອງມືທີ່ສຳຄັນໃນການດຳເນີນຄະດີ ໃຫ້ແກ່ພະນັກງານສານ ວິສາຫະກິດລູດໜີ້ ເຈົ້າໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ ເພື່ອໃຫ້ການແກ້ໄຂບັນຫາມີຄວາມເປັນເອກະພາບ ງ່າຍດາຍ ວ່ອງໄວ ຮັບປະກັນຜົນປະໂຫຍດອັນຊອບທຳ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບສິນເຊື່ອ ເພື່ອຮັກສາຄວາມໝັ້ນຄົງຂອງລະບົບເສດຖະກິດ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຮ່າງແບບຟອມດັ່ງກ່າວຢ່າງເລີກເຊິ່ງ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຢູ່ ສປປ ລາວ ພາຍໃຕ້ຄຳສັ່ງຂອງນາຍົກລັດຖະ ມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ ໃຫ້ມີຄວາມຖືກຕ້ອງສອດຄ່ອງຍິ່ງຂຶ້ນ.

       ພິທີປະກາດນຳໃຊ້ເອກະສານດັ່ງກ່າວຈັດຂຶ້ນໃນວັນທີ 20 ມັງກອນ  2023  ທີ່ໂຮງແຮມ ເມືອງແທັງ ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ ໂດຍເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!