ເຊີນທ່ຽວງານເທດສະການດອກງິ້ວບານ ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຫຼາຍກິດຈະກໍາທີ່ໜ້ທ່ຽວຊົມ ເຊິ່ງງານຄັ້ງນີ້ແມ່ນອີກກິດຈະກຳທີ່ສຳຄັນປະກອບສ່ວນໃນການຟື້ນຟູການທ່ອງທ່ຽວ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກໂຄວິດ-19.

ງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ແຂວງບໍ່ແກ້ວ ຈະຈັດຂຶ້ນລະຫວ່າງວັນທີ 25-29 ມັງກອນ ທີ່ເຂດ ເສດຖະກິດພິເສດສາມຫຼ່ຽມຄຳ ພາຍໃນງານຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການຄັດເລືອກນາງສາວດອກງີ້ວບານ ຄັດເລືອກ ນາງສາວທ່ອງທ່ຽວລາວ ການສະແດງສິລະປະ 4 ປະເທດ ງານແຂ່ງຂັນຊ່ວງເຮືອ 4 ປະເທດ (ລາວ ໄທ ມຽນມາ ແລະ ຈີນ) ກິດຈະກຳປ່ອຍໂຄມໄຟ 1.000 ອັນ ກິດຈະກຳໄຫຼເຮືອໄຟ ງານແຂ່ງຂັນຕີມວຍ ງານເທສະການດົນຕີດອກງິ້ວສີຄຳ.


ນອກຈາກນີ້ ຍັງຈະມີການຈັດກອງປະຊຸມໃນຫົວຂໍ້ຕ່າງໆທີ່ໜ້າສົນໃຈ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເພດ ຍູ້ແຮງການທ່ອງທ່ຽວໃຫ້ເຕີບໃຫຍ່.