
ເນື່ອງໃນໂອກາດວັນສ້າງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023) ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມວິທະຍາຄານນາຍທະຫານບົກກົມມະດຳ ໃນວັນທີ 16 ມັງກອນ 2023 ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານນາຍທະຫານບົກກົມມະດຳພ້ອມຄະນະ.


ໂອກາດດັ່ງກ່າວ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວໃນໄລຍະ 74 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ພະນັກງານ-ນັກຮົບ ວິທະຍາຄານກົມມະດຳ ຈົ່ງເຊີດຊູສະຕິລະວັງຕົວ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ ສົມທົບແໜ້ນກັບວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການສ້າງສາພັດທະນາເສດ ຖະກິດ-ສັງຄົມ ເພື່ອສືບຕໍ່ກໍ່ສ້າງ ແລະ ປັບປຸງຕານ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຮາກຖານໃຫ້ທົ່ວເຖິງ ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ ຕ້ານທຸກການເຄື່ອນໄຫວມ້າງເພທຳລາຍໃນຫຼາຍດ້ານຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການໄປພ້ອມກັບເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການ ເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ.

ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບອຳນາດປະຊາທິປະໄຕປະຊາຊົນ ປົກປັກຮັກສາສິດເປັນເຈົ້າຂອງປະຊາ ຊົນ ໂຄສະ ນາປຸກລະດົມຂົນຂວາຍປະຊາຊົນໃຫ້ສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດສອດຄ່ອງກັບໜ້າທີ່ການ ເມືອງ ຂອງຕົນ ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຂາດຕົວ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ຕ້ອງຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ.

ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ ເອົາຄວາມສາມາດດ້ານວິຊາສະເພາະມີຫົວຄິດປະດິດສ້າງ ແລະ ການ ຈັດຕັ້ງບັນຊາ ຕ້ອງມີແບບແຜນ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະ ວິທີ ຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານໃຫ້ຖືເອົາວຽກງານຄຸ້ມຄອງ ລ້ຽງດູກອງທັບດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ການປູກຝັງ ລ້ຽງສັດ) ໃຫ້ເປັນຂະບວນກວ້າງຂວາງ.

ຄຽງຄູ່ກັນນີ້ຍັງປະຕິບັດຫຼັກການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເພີ່ມທະວີການຮ່ວມມືຮອບດ້ານກັບກອງ ທັບປະເທດໃກ້ຄຽງ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ພ້ອມນີ້ຄະນະດັ່ງກ່າວຍັງໄດ້ຮັບຊົມການສະແດງຂັ້ນຈຸບຸກຕີຂອງພະນັກ ງານ-ນັກຮົບວິທະຍາຄານກົມມະດຳຕື່ມອີກ.