ທ່ານຮອງປະທານປະເທດ ເຄື່ອນໄຫວ ຊີ້ນຳວຽກງານ ຢູ່ແຂວງຈຳປາສັກ

ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ ແຂວງຈຳປາສັກ ໃນວັນທີ 16 ມັງກອນ 2023 ທີ່ຫ້ອງວ່າການແຂວງ ໂດຍການຕ້ອນຮັບ ຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳ ມີຫົວໜ້າພະແນກການ ໃນຂົງເຂດວຽກງານເສດຖະກິດ ເຂົ້າຮ່ວມ.

ໂອກາດນີ້ ທ່ານຮອງປະທານປະເທດ ໄດ້ຮັບຟັງການລາຍງານ ຈາກບັນດາຫົວໜ້າພະແນກການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານປີ 2022 ແລະ ທິດທາງແຜນປີຕໍ່ໜ້າ ໃນຂົງເຂດ ຂະແໜງການເງິນ ລາຍງານການປ່ອຍສິນເຊື່ອ ແລະ ຍອດເຫຼືອເງິນຝາກ ຮັບຟັງລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກ່ຽວກັບການລົງທຶນຜ່ານປະຕູດຽວ ການຈັດສັນທຶນຕາມການແບ່ງຂັ້ນຄຸ້ມຄອງຂອງແຂວງ ຮັບຟັງ ລາຍງານການສົ່ງເສີມສິນຄ້າສົ່ງອອກ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການຜະລິດ ເປັນສິນຄ້າ ໂດຍສະເພາະ ດ້ານນິຕິກຳຂອງສະພາ ຂອງລັດຖະບານ ແລະ ທ້ອງຖິ່ນ ກົນໄກການຕະຫຼາດ ໃນການ ສົ່ງເສີມສິນຄ້າລາວ ເພື່ອສົ່ງອອກໄປຕະຫຼາດ ພາຍໃນປະເທດ ຈາກ ແຂວງ ຈຳປາສັກໄປ ແຂວງອື່ນໆ ຫຼື ໄປຕ່າງປະເທດ ການຄຸ້ມຄອງລາຄາສິນຄ້າ ແລະ ການອະນຸຍາດນຳເຂົ້າສິນຄ້າ.

ພ້ອມນັ້ນກໍໄດ້ຮັບຟັງການລາຍງານການສົ່ງເສີມການຜະລິດ ໃນວຽກງານກະສິກຳ ໂດຍສະເພາະ ສິນຄ້າທີ່ລັດຖະບານລາວໄດ້ເຊັນ ກັບ ຫວຽດນາມ ຈີນ ແລະ ໄທ ກົນໄກການປະສານງານກ່ຽວກັບການສົ່ງເສີມການຜະລິດ ກັບກະຊວງທີ່ກ່ຽວຂ້ອງ ຊີ້ ໃຫ້ເຫັນດ້ານດີ ແລະ ດ້ານອ່ອນ ທີ່ຈະໄດ້ສືບຕໍ່ແກ້ໄຂ.

error: Content is protected !!