ດໍາເນີນຄະດີໄປຕາມກົດໝາຍ ເຮັດໃຫ້ການແກ້ໄຂຄະດີໄດ້ເກີນ 95%

   ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 26 ທັນວາ 2022 ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂອງອົງການໄອຍະການປະຊາຊົນສູງສຸດໃຫ້ຮູ້ວ່າ: ຕະຫຼອດໄລຍະ 11 ເດືອນຜ່ານມາ ອົງການໄອຍະການປະຊາຊົນ ໄດ້ຮັບຄໍາຮ້ອງ ຄໍາສະເໜີ ແລະ ໜັງສືທາງລັດຖະການຈາກການຈັດຕັ້ງ ແລະ ພົນລະເມືອງ 386 ສະບັບ ແລະ ແກ້ໄຂແລ້ວ 353 ສະບັບ ຊອກຮູ້ການລະເມີດກົດໝາຍໃນຂົງເຂດວັດທະນະທໍາສັງຄົມ (ກົດໝາຍປົກຄອງ) ແລະ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 1 ເລື່ອງ ຊອກຮູ້ໜໍ່ແໜງອາຊະຍາກໍາ ແລະ ມອບໃຫ້ອົງການໄອຍະການປະຊາຊົນທ້ອງຖິ່ນທີ່ກ່ຽວຂ້ອງ ເກັບກໍາຂໍ້ມູນ ແລະ ດໍາເນີນຄະດີຕໍ່ການກະທຳຜິດ 1 ເລື່ອງ ພ້ອມນັ້ນ ການດໍາເນີນຄະດີມີຄຸນນະພາບດີຂຶ້ນ ສອດຄ່ອງຕາມກົດໝາຍ ແລະ ສະພາບຄວາມເປັນຈິງທີ່ເກີດຂຶ້ນ ສະແດງອອກໃນສະຖິຕິການແກ້ໄຂຄະດີອາຍາ ຄະດີແພ່ງຂັ້ນຕົ້ນ ຄະດີແພ່ງຂັ້ນລົບລ້າງ ແລະ ຄະດີອາຍາຂັ້ນລົບລ້າງໄດ້ເກີນ 95% ແລະ ສານພິຈາລະນາເອົາຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນເກີນ 95% ຕາມຄາດໝາຍທີ່ໄດ້ວາງໄວ້ ສະຖິຕິ ຄະດີມີການຂໍອຸທອນພຽງແຕ່ 13,94% ຂອງຄະດີທີ່ສານຂັ້ນຕົ້ນໄດ້ພິຈາລະນາຕັດສິນເອົາຕາມຄໍາຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນ ສາເຫດຂອງການຂໍອຸທອນ ແລະ ຂໍລົບລ້າງ ຍ້ອນຄູ່ຄວາມທີ່ເສຍຄະດີ ຢາກແກ່ຍາວເວລາການດໍາເນີນຄະດີອອກໄປຈົນກ່ວາຈະສີ້ນສຸດຂະບວນຍຸຕິທໍາ ຄໍາຮ້ອງຂໍຮື້ຟື້ນກ່ຽວກັບຄະດີອາຍາ ແລະ ຄະດີແພ່ງ ມີພຽງ 4,49% ຖ້າທຽບໃສ່ຄະດີທີ່ສານຂັ້ນຕົ້ນໄດ້ຕັດສິນແລ້ວ ໃນຈໍານວນຄໍາຮ້ອງຂໍຮື້ຟື້ນນັ້ນ ໄດ້ທວງສໍານວນຄະດີມາກວດກາຄືນໃໝ່ ແລະ ມີຄະດີທີ່ໄດ້ສະເໜີຮື້ຟື້ນຕໍ່ສານປະຊາຊົນສູງສຸດ ພຽງແຕ່ 2,14 % ຖ້າທຽບໃສ່ຄະດີທີ່ສານຂັ້ນຕົ້ນໄດ້ຕັດສິນເອົາຕາມຄໍາຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນ.

     ການຕິດຕາມກວດກາ ການປະຕິບັດຄໍາຕັດສີນຂອງສານ ໂດຍປະສານສົມທົບກັບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານເກັບກໍາຂໍ້ມູນສະຖິຕິການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຄະດີອາຍາຄ້າງປະຕິບັດ 30.256 ເລື່ອງ ແລະ ມີຄະດີເຂົ້າໃໝ່ 9.228 ເລື່ອງ ລວມທັງໝົດ 39.484 ເລື່ອງ ປະຕິບັດສໍາເລັດ 2.160 ເລື່ອງ ເທົ່າກັບ 5.47% ຄະດີແພ່ງຄ້າງປະຕິບັດ 7.854 ເລື່ອງ ແລະ ມີຄະດີເຂົ້າໃໝ່ 3.551 ເລື່ອງ ລວມທັງໝົດ 11.405 ເລື່ອງ ປະຕິບັດສໍາເລັດ 1.346 ເລື່ອງ ເທົ່າກັບ 11.80% ຄຽງຄູ່ກັນນີ້ ໄດ້ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງໃນທ່ວປະເທດ ໂດຍສະເພາະ ປີ 2022 ໄດ້ຄົ້ນຄວ້າ ແລະ ຕົກລົງອະໄພຍະໂທດແກ່ນັກໂທດຈໍານວນ 1.882 ຄົນ ຍິງ 264 ຄົນ ໃຫ້ອະໄພຍະໂທດຜ່ອນໂທດ 1.564 ຄົນ ຍິງ 226 ຄົນ ຄົນຕ່າງປະເທດ 21 ຄົນ ຍິງ 5 ຄົນ ໃນນີ້ ມີນັກໂທດຕະຫຼອດຊີວິດຖືກຫຼຸດຜ່ອນໂທດມາມີກໍານົດ 20 ປີ 39 ຄົນ ຍິງ 10 ຄົນ ຕ່າງປະເທດ 1 ຄົນ ເງື່ອນໄຂໃຫ້ອະໄພຍະໂທດປ່ອຍຕົວຈໍານວນ 318 ຄົນ ຍິງ 38 ຄົນ ຕ່າງປະເທດ 2 ຄົນ ຍິງ 1 ຄົນ ນັກໂທດປະຫານຊີວິດ ມີເງື່ອນໄຂຫຼຸດຜ່ອນໂທດມາເປັນໂທດຕັດອິດສະຫຼະພາບຕະຫຼອດຊີວິດ 5 ຄົນ ຍິງ 1 ຄົນ ນອກນີ້ ອົງການໄອຍະການທະຫານ ໄດ້ອອກຄໍາສັ່ງຕ່າງໆທັງໝົດ 299 ສະບັບ.

    ສໍາລັບຄາດໝາຍສູ້ຊົນປີ 2023 ຄາດໝາຍສູ້ຊົນ ຮັກສາຄຸນນະພາບການຕິດຕາມກວດກາການເຄົາລົບ ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄວ້າແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ ປັບປຸງກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານຂັ້ນຕ່າງໆໃຫ້ເຂັ້ມແຂງ ໜັກແໜ້ນ ສາມາດປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ມີປະສິດທິພາບສູງຂຶ້ນ ສູ້ຊົນກໍ່ສ້າງພື້ນຖານໂຄງລ່າງໃນລະບົບອົງການໄອຍະການປະຊາຊົນ ເປັນຕົ້ນ ຫ້ອງການອົງການໄອຍະການປະຊາຊົນເຂດ 3 ນະຄອນຫຼວງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ແລະ ປັບປຸງພື້ນຖານວັດຖຸເຕັກນິກ ເຕັກໂນໂລຊີ ມີລະບົບຖານຂໍ້ມູນ ເພື່ອຮັບປະກັນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ມີຄວາມທັນສະໄໝເທື່ອລະກ້າວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!