ການແຂ່ງຂັນ ICT ແລະ ນະວັດຕະກຳ ປະຈຳປີ 2022

    ການແຂ່ງຂັນໄອຊີທີ (ICT) ແລະ ນະວັດຕະກຳປະຈຳປີ 2022 (LAO ICT AND INNOVATION AWARD 2022) ຈັດຂຶ້ນເມື່ອວັນທີ 24 ທັນວາ ທີ່ຫໍປະຊຸມແຫ່ງຊາດ ເຂົ້າຮ່ວມໂດຍທ່ານ ນາງ ຄໍາຍອງ ສີຈັນທະວົງ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີຄະນະກຳມະການ ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    ທ່ານ ນາງ ຄໍາຍອງ ສີຈັນທະວົງ ກ່າວວ່າ: ປັດຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື ເອີ້ນວ່າ ICT ໄດ້ເຮັດໃຫ້ການຜະລິດ ການບໍລິການ ແລະ ການບໍລິຫານຫັນໄປສູ່ຍຸກດີຈີຕອນຫຼາຍຂຶ້ນ ຫຼາຍປະເທດໄດ້ຊຸກຍູ້-ສົ່ງເສີມນັກພັດທະນາ ແລະ ບໍລິສັດທາງດ້ານ ICT ດີຈີຕອນ ນະວັດຕະກໍາ startup ໄດ້ພັດທະນາໂຕເອງດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍຄືການຈັດແຂ່ງຂັນ ICT ດີຈີຕອນ ແລະ ນະວັດຕະກໍາໃນລະດັບປະເທດ ຫຼື ສາກົນ.

    ສຳລັບ ສປປ ລາວ ກຕສ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານໄປສະນີ ໂທລະຄົມ ICT  ແລະ ດີຈີຕອນ ໄດ້ຈັດການແຂ່ງຂັນ ICT ແລະ ນະວັດຕະກໍາທົ່ວປະເທດຄັ້ງນີ້ເປັນຄັ້ງທີ່ 5 ຫຼັງຈາກທີ່ໄດ້ຮັບຜົນສໍາເລັດຈາກການຈັດງານ Lao ICT Award ໃນ 4 ຄັ້ງຜ່ານມາ ທັງນີ້ກໍເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ ບໍລິສັດທາງດ້ານ ICT startup ໃນລາວ ສ້າງຊື່ສຽງຜະລິດຕະພັນຂອງຕົນໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ ພ້ອມນັ້ນ ກໍສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການ ICT ດີຈີຕອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.

    ການຈັດການແຂ່ງຂັນ Lao ICTand Innovation Award ເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກຄະນະພັກ ກຕສ ໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍມີຄະນະຮັບຜິດຊອບທີ່ປະກອບມີທັງພະນັກງານໃນ ກຕສ ຕາງໜ້າສະມາຄົມການຄ້າ ICT ລາວ ແລະ ອາຈານຈາກມະຫາວິທະຍາໄລແຫ່ງຊາດ ຕາງໜ້າຈາກພາກເອກະຊົນ ເພື່ອເຮັດໃຫ້ຄະນະຮັບຜິດຊອບດັ່ງກ່າວສາມາດເຄື່ອນໄຫວຢ່າງສະດວກ ສ້າງຫຼັກການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບຫຼັກການແຂ່ງຂັນຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ເປັນທຳ ແລະ ໂປ່ງໃສ.

    ງານແຂ່ງຂັນ Lao ICT and Innovation Award ປີ 2022 ຄັ້ງນີ້ ໄດ້ຖືກຍົກລະດັບຂອງງານ ທີ່ມາຈັດຮ່ວມກັບງານ Digital Week 2022 ທີ່ເປັນງານໃຫຍ່ລະດັບປະເທດ ແລະ ມີຜູ້ເຂົ້າຮ່ວມແຂ່ງຂັນທີ່ມາຈາກ 25 ພາກສ່ວນ ເປັນຕົ້ນ ຈາກພາກລັດ ລັດວິສາຫະກິດ ນິຕິບຸກຄົນ ບຸກຄົນ ແລະ ນັກສຶກສາ ໂດຍແບ່ງໝວດແຂ່ງຂັນອອກເປັນປະເພດໝວດທົ່ວໄປ ແລະ ໝວດນັກສຶກສາ ພ້ອມກັນນັ້ນ ເວທີແຫ່ງນີ້ ຈະເປັນເວທີແຫ່ງການຄັດເລືອກເອົາຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນງານ ASEAN ICT Award ໃນຕໍ່ໜ້າ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!