ກົມພາສີ  ສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການຕໍ່ໜ້າ

   ກອງປະຊຸມສະຫຼຸບວຽກງານພາສີປະຈໍາປີ 2022 ແລະ ທິດທາງແຜນການ ມາດຕະການປີ 2023 ຈັດຂຶ້ນວັນທີ 22-23 ທັນວາຜ່ານມາ ທີ່ໂຮງແຮມດອນຈັນ ພາເລດ ເປັນປະທາຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາກົມ ພະແນກ ດ່ານພາສີສາກົນ ແລະ ພາສີປະຈໍາແຂວງ ແລະ ນະຄອນຫຼວງທົ່ວປະເທດເຂົ້າຮ່ວມ.

     ທ່ານ ພູເຂົາຄໍາ ວັນນະວົງໄຊ ກ່າວວ່າ: ການຈັດຕັ້ງປະຕິບັດແຜນການເກັບລາຍຮັບເຂົ້າງົບປະມານປີ 2022 ຂອງຂະແໜງພາສີ  ມີຄວາມຫຍຸ້ງຍາກຫຼາຍປະການ ໃນເງື່ອນໄຂຂອງສະພາບພາກພື້ນ ແລະ ສາກົນທີ່ມີການຜັນແປ ເຊິ່ງຄາດເດົາໄດ້ຍາກ ໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການ ພ້ອມນັ້ນ ບັນຫາການລັກລອບສິນຄ້າພາສີພາຍໃນດ່ານ ແລະ ນອກດ່ານ ຍັງມີແຜ່ຫຼາຍ ແຕ່ບົນຈິດໃຈຄວາມຮັບຜິດຊອບຂອງຄະນະນໍາພາສີແຕ່ລະຂັ້ນ ກົມພາສີ ສາມາດຍາດໄດ້ຜັນງານຫຼາຍດ້ານ ເປັນຕົ້ນ ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນພະແນກຂອງກົມ ພາສີປະຈໍາແຂວງ-ນະຄອນຫຼວງ ແລະ ດ່ານພາສີຊາຍແດນ ຂະແໜງວິຊາການ ຕະຫຼອດຮອດພະນັກງານວິຊາການໃນຂອບເຂດທົ່ວປະເທດສໍາເລັດ ໄດ້ປັບປຸງນິຕິກໍາລຸ່ມກົດໝາຍຫຼາຍສະບັບ ໄດ້ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ເຊິ່ງສາມາດຈັດເກັບລາຍຮັບເຂົ້າງົບປະມານຫຼາຍພໍສົມຄວນ ຄຽງຄູ່ກັນນັ້ນ ໄດ້ຜັນຂະຫຍາຍລະບົບພາສີທັນສະໄໝ ໄປສູ່ດ່ານພາສີຊາຍແດນຕາມທ່າແຮງງົບປະມານ ແລະ ດ້ານອື່ນໆ ພົ້ນເດັ່ນ ການຈັດເກັບລາຍຮັບເຂົ້າງົບປະມານປີ 2022 ຄາດຄະເນໝົດປີ ຈະສູ້ຊົນໄດ້ 9.325 ຕື້ກີບ ເທົ່າກັບ 102,33% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 39,54% ຫຼື ເທົ່າກັບ 2.626 ຕື້ກີບ.

    ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະນໍາພາສີແຕ່ລະຂັ້ນ ເອົາໃຈໃສ່ຕໍ່ບັນຫາການເມືອງແນວຄິດຂອງພະນັກງານ ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ ໃຫ້ປັບປຸງຄືນ ໂຄງປະກອບກົງຈັກພາສີຢູ່ຂັ້ນທ້ອງຖິ່ນ ແລະ ພະແນກການຂອງກົມພາສີ ການແບ່ງຄວາມຮັບຜິດຊອບ ກົນໄກປະສານງານ ຂອບເຂດສິດ ແລະ ອຶ່ນໆ ໃຫ້ສອດຄ່ອງຕາມພາລະບົດບາດໃນຂໍ້ຕົກລົງເລກທີ 2059/ກງ ໃຫ້ຄົ້ນຄວ້າ ແລະ ກໍານົດທິດທາງໃນການພັດທະນາບຸຄະລາກອນໃຫ້ຊັດເຈນຈະແຈ້ງ ແລະ ຖືກທິດຄື: ຫັນພະນັກງານ-ລັດຖະກອນພາສີໃຫ້ມີທັກສະຂັ້ນສູງ ແລະ ເປັນມືອາຊີບ ມີສະຕິຄວາມຮັບຜິດຊອບສູງ ມີຈັນຍາບັນ-ຈັນຍາທໍາສູງ ໃຫ້ຫຼຸດດ້ານປະລິມານ ແຕ່ຫັນໄປສູ່ຄຸນນະພາບ ຜູ້ໜຶ່ງສາມາດຮັບຜິດຊອບໄດ້ຫຼາຍວຽກ ທົບທວນຄືນ ບັນດານິຕິກໍາທີ່ອອກຜ່ານມາ ເຫັນລະບຽບການໃດທີ່ບໍ່ທັນສອດຄ່ອງ ພາໃຫ້ເກີດມີຊ່ອງຫວ່າງ ຮົ່ວໄຫຼໃນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຮີບຮ້ອນຄົ້ນຄວ້າປັບປຸງ ອັດໃຫ້ໄດ້ທຸກຊ່ອງຫວ່າງ ແລະ ແກ້ໄຂທຸກຂອດອຸດຕັນ ພ້ອມກັນຄົ້ນຄວ້າ ກໍານົດທິດທາງ ແລະ ມາດຕະການວຽກງານດັ່ງກ່າວໃຫ້ມີຈຸດສຸມ ແລະ ວິທະຍາສາດ ຫັນວຽກງານສືບສວນ-ສອບສວນ ໄປສູ່ຄວາມເຂັ້ມແຂງ ແລະ ໃຫ້ບຸກຄົນ ນິຕິບຸກຄົນ ມີສ່ວນຮ່ວມໃນວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີນັບມື້ໃຫ້ສູງຂື້ນ ສະເໜີໃຫ້ເອົາໃຈໃສ່ຄົ້ນຄວ້າ ປຶກສາຫາລືໃນຕໍ່ໜ້າ ຈະເຮັດໃຫ້ວຽກງານກວດສອບຄືນ ການແຈ້ງພາສີຄວາມໜັກແໜ້ນ ແລະ ເຂັ້ມແຂງ ໃຫ້ຄົ້ນຄວ້າລະບົບຕ່າງໆຂອງວຽກງານຄຸ້ມຄອງພາສີທີ່ກໍາລັງຈັດຕັ້ງປະຕິບັດໃຫ້ຮັບປະກັນທາງດ້ານຄຸນນະພາບ ສໍາຄັນໃນປີ 2023 ໃຫ້ກົມພາສີ ຂຶ້ນແຜນສືບຕໍ່ຜັນຂະຫຍາຍລະບົບຕ່າງໆໄປສູ່ດ່ານພາສີສາກົນທີ່ຢູ່ຫ່າງໄກສອກຫຼີກ ແລະ ດ່ານພາສີທ້ອງຖິ່ນທີ່ເຫັນວ່າມີຄວາມຈໍາເປັນ ພ້ອມນັ້ນ ໃຫ້ເລັ່ງປັບປຸງບັນດາໂມດູນທີ່ຍັງບໍ່ທັນຮັບປະກັນໃນການປະຕິບັດວຽກງານວິຊາສະເພາະ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຫັນວຽກງານພາສີກ້າວໄປສູ່ Smart Customs ເອົາໃຈໃສ່ຕິດຕາມກວດກາ-ກວດການ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ການລະເມີດຫຼັກຈັນຍາບັນ-ຈັນຍາທໍາ ຂອງພະນັກງານ ແລະ ເຈົ້າໜ້າທີ່ພາສີ ຖ້າພົບເຫັນກໍລະນີລະເມີດ ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ຊອກວິທີແກ້ໄຂໃຫ້ທັນການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!