
ທີມກີລາບານເຕະຊາຍນະຄອນຫຼວງວຽງຈັນ ສູ້ຢ່າງເຕັມທີ່ ແຕ່ພາດທີ່ໃນທ້າຍເກມ ເຮັດໃຫ້ແຂວງວຽງຈັນ ຍິງປະຕູເອົາຊະນະ 1-0 ຍາດຫຼຽນຄຳໄປຄອງ ໃນການແຂ່ງຂັນກີລາບານເຕະ ງານມະຫະກີລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2022.

ພິທີປິດການແຂ່ງຂັນກິລາເຕະບານຊາຍ ຊຽງຂວາງ ເກມ ກໍຄື ຄູ່ຊີງຫຼຽນຄຳ ລະຫວ່າງ ແຂວງວຽງຈັນ ພົບກັບ ນະຄອນ ຫຼວງວຽງຈັນ ແຊ໋ມເກົ່າ 3 ສະໄໝ ຫຼ້າສຸດ ແຊ໋ມຫຼວງພະບາງ ເກມ 2011 ໄດ້ມີຂຶ້ນ ໃນວັນທີ 21 ທັນວາ ຜ່ານມາ ໃຫ້ກຽດ ເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຮອງເຈົ້າແຂວງ ຫົວໜ້າ-ຮອງຫົວ ໜ້າພະແນກ ພະ ນັກງານ ທະຫານ-ຕຳຫຼວດ ຄູຝຶກ ນັກກີລາຕະຫຼອດມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ -ເຊຍຢ່າງຫຼວງຫຼາຍ.

ເລີ່ມການແຂ່ງຂັນ ນະຄອນຫຼວງວຽງຈັນ ເປັນຝ່າຍໄດ້ປຽບ ມີໂອກາດບຸກຫຼາຍຄັ້ງແຕ່ກໍບໍ່ສາມາດຍິງປະຕິໄດ້ ຈົນມາຮອດທ້າຍເກມ ແຂວງວຽງຈັນ ຖືໂອກາດສວນກັບ ແລະ ກໍເປັນຜົນ ເຮັດໃຫ້ແຂວງວຽງຈັນຂຶ້ນນຳ 1-0 ໂດຍການຍິງຂອງ ຈິວ ນົນມະນີ ເຮັດໃຫ້ແຂວງ ຍາດຫຼຽນຄຳໄປຄອງ ສ່ວນນະຄອນ ຫຼວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງເປັນຂອງ ເຊກອງ.

ສຳລັບການແຂ່ງຂັນບານເຕະຊາຍ ຊຽງຂວາງເກມ ໄດ້ມີຂຶ້ນລະຫວ່າງວັນທີ 5-21 ທັນວາ 2022 ຊຶ່ງມີ 16 ພາກສ່ວນ ເຂົ້າຮ່ວມ ໃນນັ້ນ ມີ 2 ກະຊວງ 1 ນະຄອນຫຼວງ ແລະ 13 ແຂວງ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ແຕ່ລະກຸ່ມ ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ. ສຳລັບ ກຸ່ມ ກ ມີ ນະຄອນຫຼວງ ແຂວງວຽງຈັນ ກະຊວງປ້ອງ ກັນປະເທດ ແຂວງໄຊຍະບູລີ ແລະ ແຂວງໄຊສົມບູນ ກຸ່ມ ຂ ມີ ແຂວງເຊກອງ ແຂວງຊຽງຂວາງ ກະຊວງສາທາລະນະສຸກ ແຂວງບໍ່ແກ້ວ ກຸ່ມ ຄ ແຂວງຄຳມ່ວນ ແຂວງຈຳປາສັກ ແຂວງອັດຕະປື ແລະ ແຂວງບໍລິິຄຳໄຊ ແລະ ກຸ່ມ ງ ແຂວງສາລະວັນ ແຂວງຫົວພັນ ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ.