ວຽງໄຊ ວິໄລພອນ ຍາດໄດ້ເພີ່ມອີກ 1 ຫຼຽນຄໍາ ໃຫ້ເຈົ້າພາບ ກີລາຢູໂດ ຍິງ ມື້ທີ 3

    ວຽງໄຊ ວິໄລພອນ ຍາດໄດ້ອີກ 1 ຫຼຽນຄໍາ ໃຫ້ແຂວງຊຽງຂວາງ (ເຈົ້າພາບ) ຈາກກີລາຢູໂດ ຍິງ ຮຸ່ນ-52 ກິໂລ ໃນການແຂ່ງຂັນກີລາຢູໂດ ໃນມະຫະກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ວັນທີ 18 ທັນວາ 2022 ຜ່ານມາ ເຮັດໃຫ້ເຈົ້າພາບມີເພີ່ມເປັນ 4 ຫຼຽນຄໍາ ຫຼັງຈາກແຂ່ງຂັນມາໄດ້ 3 ວັນ.

    ການແຂ່ງຂັນກີລາຢູໂດ ໃນຊຽງຂວາງ ເກມ 2022 ຈັດຂຶ້ນວັນທີ 16-19 ທັນວາ 2022 ຢູ່ສະໂມສອນໂຮງຮຽນ ມສ ພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ໂດຍມີການແຂ່ງຂັນ 2 ປະເພດ ຄື: ປະເພດຟ້ອນກະຕະ (ຊາຍ-ຍິງ) ຊີງຫຼຽນຄໍາ 2 ລາຍການ ແລະ ປະເພດຕໍ່ສູ້ ຊີງຫຼຽນຄໍາ 17 ຫຼຽນ ມີນັກກີລາເຂົ້າຮ່ວມ 65 ຄົນ ຍິງ 23 ຄົນ ຈາກ 7 ພາກສ່ວນເຂົ້າຮ່ວມ ຄື: ແຂວງຄໍາມ່ວນ ແຂວງສະຫວັນນະເຂດ ແຂວງຊຽງຂວາງ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ແຂວງອັດຕະປື ແລະ ກະຊວງປ້ອງກັນປະເທດ ເຊິ່ງວັນທີ 18 ທັນວາ ມີການແຂ່ງຂັນ 25 ຮຸ່ນ ປະເພດຊາຍ 16 ຮຸ່ນ ປະເພດຍິງ 9 ຮຸ່ນ ມີການຊີງໄຊ 6 ຫຼຽນຄໍາ 6 ຫຼຽນເງິນ 10 ຫຼຽນທອງ ໃນນີ້ປະເພດຊາຍ ປະກອບມີຮຸ່ນ -60 ກິໂລ 6 ຮຸ່ນ -66 ກິໂລ 7 ຮຸ່ນ -73 ກິໂລ 3 ຮຸ່ນ.

    ຜ່ານການແຂ່ງຂັນຮຸ່ນນໍ້າໜັກ 60 ກິໂລ ຫຼຽນຄໍາ ຈິດຕະກອນ ສີວັນວິໄລ ຈາກກະຊວງປ້ອງກັນປະເທດ ຫຼຽນເງິນ ພຸດທະວົງ ສາລິນທອນ ຈາກແຂວງຊຽງຂວາງ ຫຼຽນທອງ ເກດຕະວົງ ຈາກແຂວງສະຫວັນນະເຂດ ຮຸ່ນນໍ້າໜັກ 66 ກິໂລ ຫຼຽນຄໍາ ພິສາດ ສີສະເກດ ຈາກແຂວງຄໍາມ່ວນ ຫຼຽນເງິນ ເພັດປັນຍາ ພານຸວົງ ຈາກແຂວງອັດຕະປື ຫຼຽນທອງຮ່ວມ ຈິນດາວອນ ສີວັນວິໄລ ຈາກແຂວງກະຊວງປ້ອງກັນປະເທດ ແລະ ຈະເລີນໄຊ ໄຊຍະສານ ຈາກແຂວງຊຽງຂວາງ ຮຸ່ນນໍ້າໜັກ 73 ກິໂລ ຫຼຽນຄໍາ ໄຊແສງເຊິນ ນຸແຫວນອື່ນ ຈາກແຂວງອັດຕະປື ຫຼຽນເງິນ ຄໍາສີ ຄູນນິເວດ ຈາກນະຄອນຫຼວງວຽງຈັນ ຫຼຽນທອງຮ່ວມ ສຸກສະຫວັນ ວັນນະໄລ ຈາກແຂວງສະຫວັນນະເຂດ ແລະ ຕະວັນ ອິນທະວົງ ຈາກແຂວງຊຽງຂວາງ ສ່ວນປະເພດຍິງ ຮຸ່ນ 52 ກິໂລ ຫຼຽນຄໍາ ວຽງໄຊ ວິໄລພອນ ຈາກແຂວງຊຽງຂວາງ ຫຼຽນເງິນ ຫຼ້າ ທໍ່ ຈາກນະຄອນຫຼວງວຽງຈັນ ຫຼຽນທອງ ວັນນິດາ ໜໍ່ສຸວັນ ຈາກແຂວງສະຫວັນນະເຂດ ຮຸ່ນ 57 ກິໂລ ຫຼຽນຄໍາ ຕຸກກີ ແສງດາກີ ຈາກແຂວງອັດຕະປື ຫຼຽນເງິນ ວິລາວັນ ພົມບຸດດີ ຈາກນະຄອນຫຼວງວຽງຈັນ ຫຼຽນທອງ ວາດສະໜາ ພານຸວົງ ຈາກແຂວງຊຽງຂວາງ ຮຸ່ນ 63 ກິໂລ ຈອມມະນີ ມະນີໄຊ ຈາກແຂວງອັດຕະປື ຫຼຽນເງິນ ສົງ ການ ອິນທະສອນ ຈາກແຂວງສະຫວັນນະເຂດ ຫຼຽນທອງຮ່ວມ ໄໝ ໄຊຍະເລີດ ຈາກນະຄອນຫຼວງວຽງຈັນ ແລະ ມາລິສາ ພົນສີລາ ຈາກແຂວງວຽງຈັນ.

    ນອກນີ້ຍັງມີພິທີມອບຫຼຽນການແຂ່ງຂັນວັນທີ 16 ແລະ ວັນທີ 17 ທັນວາ ເຊິ່ງວັນທີ 16 ທັນວາ ແມ່ນການມອບຫຼຽນປະເພດຟ້ອນກະຕະ ຊາຍ-ຍິງ ໃນນີ້ປະເພດຊາຍ ຫຼຽນຄໍາ ຮ້ອຍໂທ ຈິນດາວອນ ສີວິນວິໄລ ແລະ ວາທີ ຈິດ ຕະກອນ ສີວັນວິໄລ ຈາກນະຄອນຫຼວງວຽງຈັນ ຫຼຽນເງິນ ລໍາມອນ ລິດາພອນ ແລະ ພິສາດ ສີສະເກດ ຈາກແຂວງຄໍາມ່ວນ ຫຼຽນທອງ ສຸລິໄຊ ໄຊຍະສານ ແລະ ສຸລິຍາສອນ ຍອດສີອຸດົມ ຈາກແຂວງຊຽງຂວາງ ສ່ວນປະເພດຍິງ ຫຼຽນຄໍາ ວິລາວັນ ພົມບຸດດີ ແລະ ພອນປະສົງ ຈາກນະຄອນຫຼວງວຽງຈັນ ຫຼຽນເງິນ ຕຸກກີ ແສງດາກີ ແລະ ຈອມມະນີ ມະນີໄຊ ຈາກແຂວງອັດຕະປື ຫຼຽນທອງ ວຽງໄຊ ວິໄລພອນ ແລະ ສອນນະພາ ພິມພັນທະວົງ ຈາກແຂວງຊຽງຂວາງ ສ່ວນວັນທີ 17 ທັນວາ ແມ່ນການມອບຫຼຽນປະເພດຕໍ່ສູ້  ໃນນີ້ປະເພດຊາຍ ຮຸ່ນ 81 ກິໂລ ຫຼຽນຄໍາ ຈິດຕະກອນ ໄຊຍະສານ ຈາກແຂວງຊຽງຂວາງ ຫຼຽນເງິນ ອຸທິດ ເຂັມມະນາ ຈາກແຂວງສະຫວັນນະເຂດ ຫຼຽນທອງຮ່ວມ ໂອສົດ ສົມສະຫວັນ ຈາກນະຄອນຫຼວງວຽງຈັນ ແລະ ມຸງຄຸນເພັດ ບູລົມມະວົງ ຈາກກະຊວງປ້ອງກັນປະເທດ ຮຸ່ນ 90 ກີໂລ ຫຼຽນຄໍາ ຄໍາໄຊ ວົງພະຈັນ ຈາກແຂວງວຽງຈັນ ຫຼຽນເງິນ ສຸລິໄຊ ໄຊຍະສານ ຈາກແຂວງຊຽງຂວາງ ຫຼຽນທອງຮ່ວມ ວັນໄຊ ດວງມາລາ ຈາກກະຊວງປ້ອງກັນປະເທດ ແລະ ທີວາ ສີນາວົງ ຈາກນະຄອນຫຼວງວຽງຈັນ ຮຸ່ນ +90 ຫຼຽນຄໍາ ແສງສຸລິຍາ ແວວມະນີ ຈາກແຂວງຊຽງຂວາງ ຫຼຽນເງິນ ແສງສຸລີ ມະນີວົງ ຈາກກະຊວງປ້ອງກັນປະເທດ ຫຼຽນທອງຮ່ວມ ມະນັດສະວີ ຈາກນະຄອນຫຼວງວຽງຈັນ ແລະ ແສງພະຈັນ ຈັນທະລາແກ້ວ ຈາກແຂວງວຽງຈັນ ປະເພດຍິງ ຮຸ່ນ 42 ກິໂລ ຫຼຽນຄໍາ ພຸດທະລາ ສັງບົວບູລົມ ຈາກແຂວງສະຫວັນນະເຂດ ຫຼຽນເງິນ ເນດທິດາ ລາດປາກດີ ຈາກແຂວງຊຽງຂວາງ ຫຼຽນທອງ ກັນຕະນາ ນວນຄາຍສີ ຈາກແຂວງວຽງຈັນ ຮຸ່ນ 45 ກິໂລ ຫຼຽນຄໍາ ເກ ສອນ ອ້ວນວິໄລ ຈາກກະຊວງປ້ອງກັນປະເທດ ຫຼຽນເງິນ ຄໍາຫຼ້າ ສີຫາຄັງ ຈາກແຂວງຊຽງຂວາງ ຫຼຽນທອງ ກອຍ ວົງພູມີ ຈາກແຂວງຄໍາມ່ວນ ຮຸ່ນ 48 ກິໂລ ຫຼຽນຄໍາ ສອນນະພາ ພິມພັນທະວົງ ຈາກແຂວງຊຽງຂວາງ ຫຼຽນເງິນ ເມສາ ພົມມີໄຊ ຈາກແຂວງຄໍາມ່ວນ ຫຼຽນທອງ ພອນປະສົງ ໂພທິໄຕ ຈາກນະຄອນຫຼວງວຽງຈັນ.

    ໃຫ້ກຽດມອບຫຼຽນໂດຍທ່ານ ໜໍ່ບີຫາ ຕົງປາວ ຮອງເລຂາພັກແຂວງຊຽງຂວາງ.  

# ຂ່າວ: ສະບາໄພ

# ພາບ: ສີພອນ+ສຸກສະຫວັນ

error: Content is protected !!