ເລີ່ມໂຄງການຈັດລະບຽບໝໍ້ນັບໄຟຟ້າໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມໃນຕົວເມືອງ

    ພິທີໄຂໂຄງການຈັດລະບຽບໝໍ້ນັບໄຟຟ້າໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມໃນຕົວເມືອງ ຈັດຂຶ້ນໃນວັນທີ 18 ທັນວາ 2022 ຢູ່ເສັ້ນທາງຮ່ອມຂ້າງວັດອົງຕື້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີບັນດາຮອງລັດຖະມົນຕີ ພ້ອມດ້ວຍຄະນະນໍາ ແລະ ພະນັກງານອ້ອມຂ້າງລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ສໍາລັບພະນັກງານໄຟຟ້າຢູ່ບັນດາແຂວງ ແມ່ນເຂົ້າຮ່ວມຜ່ານລະບົບວີດິໂອ ອອນລາຍ ເຊິ່ງໂຄງການນີ້ ຈະເປັນຈຸດເລີ່ມຕົ້ນການເສີມສ້າງຄວາມສວຍງາມໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດໃນຕໍ່ໜ້າ.

    ໂອກາດນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການນີ້ ແມ່ນໜຶ່ງໃນໜ້າວຽກຂອບການຮ່ວມມື ລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ເຊິ່ງໄດ້ມີການລົງນາມບົດບັນທຶກຮ່ວມມືມາແຕ່ປີ 2021 ໂຄງການນີ້ ນອກຈາກສະແດງໃຫ້ເຫັນວ່າ ໄຟຟ້າລາວ ໄດ້ເຮັດໜ້າທີ່ສະໜອງໄຟຟ້າໃຫ້ສັງຄົມຢ່າງທົ່ວເຖິງແລ້ວ ຍັງໄດ້ເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນທາງດ້ານມາດຕະຖານ ແລະ ຄວາມປອດໄພຂອງສັງຄົມ ກໍຄືຜູ້ຊົມໃຊ້ໄຟຟ້າ ໂຄງການດັ່ງກ່າວ ຍັງກວມເອົາໜ້າວຽກບໍາລຸງ-ສ້ອມແປງ ລະບົບໄຟອໍານາດຈະລາຈອນ ໄຟເຍືອງທາງ ຕັດຕົ້ນໄມ້ຕາມແລວສາຍໄຟຟ້າ ຈັດລະບຽບສາຍໄຟ-ສາຍໂທລະສັບ ລວມເຖິງການວາງມາດຕະການປະຢັດໄຟໃນສໍານັກງານ-ອົງການຕ່າງໆນໍາດ້ວຍ.

    ໃນພິທີດັ່ງກ່າວ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຍັງໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 3 ໜ່ວຍ ໃຫ້ແກ່ທ່ານ ສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປະກອບສ່ວນນໍາໃຊ້ເຂົ້າໃນວຽກງານສື່ມວນຊົນ ໃຫ້ມີປະສິດທິຜົນດີກວ່າ ເກົ່າ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!