ມສ ລາວ-ຫວຽດ ຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນຖາມ-ຕອບວິທະຍາສາດ

    ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ດັ່ງນັ້ນ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຈັດກິດຈະກຳແຂ່ງຂັນຖາມ-ຕອບວິທະຍາສາດ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານ” ໃນວັນທີ 13 ທັນວາ 2022 ທີ່ຫໍພິພິທະພັນໄກສອນ ພົມວິຫານ ມີທ່ານນາງ ອ່ອນຈັນ ສຸວັນນະແສງ ຮອງຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຄູ-ອາຈານ ນັກຮຽນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກ ຄູ-ອາຈານ ນັກຮຽນ ນັກສຶກສາ ຮັບຮູ້ ເຂົ້າໃຈເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ໄດ້ສ້າງໄວ້ ເປັນບົດຮຽນອັນມີຄຸນຄ່າສູງ ເປັນແວ່ນແຍ່ງອັນໃສແຈ້ງໃຫ້ລູກຫຼານໄດ້ສຶກສາຮໍ່າຮຽນ ສືບທອດພາລະກິດໄປຕະຫຼອດຊົ່ວກາລະນານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລຂຶ້ນໄປເລື້ອຍໆ.

    ການແຂ່ງຂັນຄັ້ງນີ້ ມີ 6 ໂຮງຮຽນເຂົ້າຮ່ວມຄື ມສ ວຽງຈັນ ເພຍວັດ ລາວ-ຫວຽດ ສາທິດ SOS ແລະ ມສ ໜອງບອນ ສຳລັບຄຳຖາມ-ຕອບທີ່ໃຊ້ໃນການແຂ່ງຂັນຄັ້ງນີ້ ມີເນື້ອໃນສ່ອງແສງເຖິງປະຫວັດການເຕີບໃຫຍ່ ແລະ ການປະຕິບັດພາລະກິດຂອງປະທານໄກສອນ ພົມວິຫານ ແຕ່ລະໄລຍະ ແລະ ຄວາມຮູ້ຮອບຕົວຈຳນວນໜຶ່ງ ຜ່ານການແຂ່ງຂັນ ມສ ລາວ-ຫວຽດ ຍາດໄດ້ລາງວັນທີ 1 ໄດ້ທີ 2 ແມ່ນ ມສ SOS ສຳລັບລາງວັນທີ 1 ໄດ້ຮັບເງິນ 1 ລ້ານກີບ ລາງວັນທີ 2 ໄດ້ 7 ແສນກີບ ແລະ ມີລາງວັນຊົມເຊີຍຈຳນວນໜຶ່ງຕື່ມອີກ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!