ປະເມີນ ຜົນການຈັດຕັ້ງປະຕິບັດກ່ຽວກັບວຽກງານສະຖາບັນ ໂລຈິສຕີກ ອາຊຽນ

    ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊູມປະຈຳປີ 2022 ຂອງ ສະຫະພັນສະມາຄົມຜູ້ຂົນສົ່ງ ສິນຄ້າ ອາຊຽນ ຄັ້ງທີ 32 ຈັດຂຶ້ນລະຫວ່າງ ວັນທີ 9-10 ທັນວາ 2022 ທີ່ ນະຄອນຫຼວງວຽງຈັນ ກ່າວໄຂກອງປະຊູມໂດຍທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ເຂົ້າຮ່ວມມີທ່ານ  ຢູກີ ນູກຣາຮາວານ ຮານາຟີ (Mr Yukki Nugrahawan Hanafi) ປະທານສະຫະພັນສະມາຄົມຜູ້ຂົນສົ່ງ ສິນຄ້າອາຊຽນ ທ່ານ ສາຄອນ ພິລາງາມ ປະທານສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ຂອງ ສປປ ລາວ ພ້ອມຜູ້ຕາງໜ້າສະມາຄົມຂົນສົ່ງຈາກ 10 ປະເທດອາຊຽນ ແລະ ອາຊຽນ+3 (ສປ ຈີນ ເກົາຫຼີ ແລະ ຍີປຸ່ນ) ແລະ ພາກສ່ວນກົມກອງທີ່ກ່ຽວຂ້ອງ.

    ໃນວາລະດຳເນີນກອງປະຊູມ ຜູ້ເຂົ້າຮ່ວມກອງປະຊູມໄດ້ຮັບຟັງຜົນການຈັດຕັ້ງປະຕິບັດກ່ຽວກັບວຽກງານສະຖາບັນໂລຈິສຕີກອາຊຽນ ຜ່ານບົດສະຫຼຸບປະຈຳປີ 2021 ຂອງຄະນະບໍລິຫານງານສະຫະພັນ ເຊິ່ງເນັ້ນໃຫ້ເຫັນຄວາມສຳເລັດໃນດ້ານການອຳນວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ຮັບຊາບສະພາບເສດຖະກິດ ແລະ ການເງິນ ຜົນສຳເລັດຂອງການຈັດເຝິກອົບຮົມຄູເຝິກ ດ້ານໂລຈີສຕິກ ແລະ ການພັດທະນາຊັບພະຍາກອນມະນຸດທີ່ຕິດພັນກັບການຂົນສົ່ງ ແລະ ໂລຈິສຕິກ.

    ພ້ອມນີ້ ຄະນະບໍລິຫານສະຫະພັນທີ່ຮັບຜິດຊອບການອໍານວຍຄວາມສະດວກດ້ານການຄ້າ ໄດ້ສະເໜີຕໍ່ກອງປະຊູມໃຫ້ມີການປັບປຸງດ້ານປະລິມານ ແລະຄຸນນະພາບຂອງຄູຝືກ ເພື່ອຍົກລະດັບຄວາມຮູ້ ແລະ ທັກສະໃຫ້ມີຄວາມຊໍານານງານວຽກຂົນສົ່ງທາງບົກ ທາງລົດໄຟ ທາງນໍ້າ ດ້ານຄວາມປອດໄຟ ການປະກັນໄພ ລະບົບສາງ ແລະ ການບໍລິການຄ່ຽນຖ່າຍສິນຄ້າ ແລະ ການນໍາໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງກັບຂໍ້ມູນການຂົນສົ່ງ.

    ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາຢ່າງສ້າງສັນ ມີວິທະຍາສາດ ເພື່ອຊອກໃຫ້ເຫັນບັນຫາຂໍ້ຄົງຕ່າງໆທັງເກົ່າ ແລະ ບັນຫາໃໝ່ທີ່ເກີດຂຶ້ນ ອູປະສັກ ສິ່ງທ້າທາຍທີ່ຕ້ອງແກ້ໄຂ ເຊັ່ນ: ລະບຽບການ ເອກະສານ ຂັ້ນຕອນການຂົນສົ່ງຂ້າມແດນ ລາຄາຂົນສົ່ງ-ຈັດສົ່ງທາງທະເລ ທາງອາກາດ ທາງບົກ ທີ່ສູງຂຶ້ນ ແລະ ບັນຫາອື່ນໆ ພ້ອມທັງວິທີແກ້ໄຂ ເຊິ່ງຄະນະບໍລິຫານສະຫະພັນຕ້ອງນໍາພິຈາລະນາ-ວາງແຜນແກ້ໄຂໃນຕໍ່ໜ້າ.

    ສຳລັບ ສປປ ລາວ ຍັງມີຫຼາຍຢ່າງທີ່ເປັນສິ່ງທ້າທາຍໃນວຽກງານການຂົນສົ່ງ-ຈັດສົ່ງລະຫວ່າງປະເທດ ໃນໜຶ່ງປີຜ່ານມາ ທີ່ທາງສະມາຄົມຜູ້ຂົນສົ່ງ-ຈັດສົ່ງສີນຄ້າລະຫວ່າງປະເທດຂອງ ສປປ ລາວ ມີຜົນສຳເລັດຫຼາຍດ້ານ ໃນຖານະເປັນສະມາຊິກຂອງສະຫະພັນ ເຊັ່ນ: ການມີສ່ວນຮ່ວມໃນການແກ້ໄຂບັນຫາ ປັບປຸງລະບຽບການ ແລະ ຂັ້ນຕອນຕ່າງໆທີ່ກ່ຽວຂ້ອງກັບການຂົນສົ່ງສີນຄ້າພາຍໃນປະເທດ ແລະ ການຂົນສົ່ງຂ້າມແດນ ຂົນສົ່ງສາກົນ ແລະ ອື່ນໆ.

     ພ້ອມດຽວກັນນີ້ ທີ່ປະຊູມໄດ້ປອ່ນບັດຄັດເລືອກເອົາປະທານສະຫະພັນສະມາຄົມຜູ້ຂົນສົ່ງສີນຄ້າອາຊຽນ ຊຸດໃໝ່ ໂດຍຜູ້ເຂົ້າຮ່ວມກອງປະຊຸມ ເຫັນດີເປັນເອກະພາບກັນເລືອກເອົາທ່ານ ອາລຣິນ ຊົວ (Mr. Alrin Chuia) ທີ່ມີຈາກປະເທດມາເລເຊຍ ໄດ້ເປັນປະທານສະຫະພັນສະມາຄົມຜູ້ຂົນສົ່ງສິນຄ້າອາຊຽນ ເພື່ອເປັນຫົວໜ້າທີມໃນການບໍລີຫານວຽກງານຂອງສະຫະພັນໃນຕໍ່ໜ້າໃຫ້ບັນລູເປົ້າໝາຍຕາມແຜນການທີ່ວາງໄວ້.

error: Content is protected !!